header

ພະນັກງານຫ້ອງວ່າການ ແຂວງວຽງຈັນ ເຂົ້າຮ່ວມຝຶກອົບຮົມ ສ້າງຄວາມເຂັ້ມແຂງວຽກງານປະຊາສຳພັນ ແລະ ຫັນເປັນທັນສະໄໝ

ໃນຕອນເຊົ້າຂອງວັນທີ 6 ທັນວາ 2022 ພະນັກງານຫ້ອງວ່າການແຂວງວຽງຈັນ ຈຳນວນ 3 ທ່ານ, ຍິງ 2 ທ່ານ ໄດ້ເຂົ້າຮ່ວມຝຶກອົບຮົມ ສ້າງຄວາມເຂັ້ມແຂງກ່ຽວກັບວຽກງານປະຊາສຳພັນ ແລະ ຫັນເປັນທັນສະໄໝ ໃຫ້ແກ່ພະນັກງານບັນດາຫ້ອງວ່າການແຂວງພາກກາງ ແລະ ພາກເໜືຶອ ຢູ່ທີ່ຫ້ອງວ່າການເມືອງວັງວຽງ ໂດຍການເປັນປະທານຂອງ ທ່ານ ສະຖິດ ເພັດສິງເລືອງ ຫົວໜ້າກົມປະຊາສຳພັນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ການຝຶກອົບຮົມໃນຄັ້ງນີ້ ນັກສຳມະນາກອນຈະໄດ້ຝຶກອົບຮົມກ່ຽວກັບການໃຊ້ຄອມພິວເຕີພື້ນຖານ, ລະບົບສື່ສານພາກລັດຖະບານ, ການຄຸ້ມຄອງ ແລະ ການນຳໃຊ້ລະບົບເຄືອຂ່າຍຄອມພິວເຕີ, ການບໍລິຫານ ແລະ ການຄຸ້ມຄອງເວັບໄຊ ທີ່ສ້າງດ້ວຍ Joomla ແລະ ລະບົບ cPanel , ວຽກງານສາຍດ່ວນລັດຖະບານ, ການຂຽນຂ່າວການເຄື່ອນໄຫວຂອງການນຳ ແລະ ການຂຽນບົດຄວາມລົງວາລະສານ, ການຖ່າຍພາບ, ຖ່າຍວິດີໂອ ແລະການຕັດພາບ, ຕັດຕໍ່ພາບ, ຕັດຕໍ່ວິດີໂອ ຈາກບັນດາຄູຝຶກຂອງກົມປະຊາສຳພັນ, ຫ້ອງວ່າການສຳນັກງານຍາຍົກລັດຖະມົນຕີ. ຊື່ງການຝຶກອົບຮົມໃນຄັ້ງນີ້, ແຕ່ວັນທີ 6-10 ທັນວາ 2022.