header

ກອງບັນຊາການທະຫານ ແຂວງວຽງຈັນ ຈັດງານລ້ຽງສະເຫຼີມສະຫຼອງ ວັນສ້າງຕັ້ກອງທັບ ຄົບຮອບ 70 ປີ

 

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຈັດຂຶ້ນຢ່າງຄຶກຄື້ນໃນຄໍ່າຄືນຂອງວັນທີ 23 ມັງກອນ 2019 ນີ້ຢູ່ທີ່ກອງບັນຊາການທະຫານແຂວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ມີບັນດາຄະນະນໍາຂອງແຂວງ, ຄະນະນໍາກະຊວງປ້ອງກັນປະເທດ, ບັນດາກະຊວງ, ເຈົ້າເມືອງ, ພະນັກງານປະຕິວັດອາວຸໂສ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້ທ່ານ ພົນຈັດຕະວາ ບຸນມາ ວົງດາລາແສນກຳມະການພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ໄດ້ຂຶ້ນ ກ່າວຄຳປາໄສ ເຊິ່ງມີບາງຕອນ ທ່ານກ່າວວ່າ: ກອງທັບປຊາຊົນລາວ ວິລະຊົນຂອງຊາດລາວໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 20 ມັງກອນ ປີ 1949 ຢູ່ທີ່ຖໍ້າແມ ຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ ໃນມື້ປະກາດສ້າງຕັ້ງມີພຽງແຕ່ 25ສະຫາຍເທົ່ານັ້ນ, ມາຮອດປັດຈຸບັນນີ້ກອງທັບປະຊາຊົນລາວໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ສ້າງຕັ້ງເປັນຫຼາຍກອງພັນ, ກອງພົນ, ເຫຼົ່າຮົບຕ່າງໆ, ມີພາຫະນະອາວຸດ-ຍຸດໂທປະກອນ ທີ່ທັນສະໄໝ ວັນທີ 20 ມັງກອນ 2019 ນີ້ກໍ່ມີອາຍຸຄົບຮອບ 70 ປີ, ຕະຫຼອດໄລຍະ 70 ປີ ຜ່ານມາ, ກອງທັບປະຊາຊົນລາວ ໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ແລະ ເສຍສະຫຼະເລືອດເນື້ອຢ່າງພິລະອາດຫານ, ເພື່ອຄວາມເປັນເອກະລາດ, ອິດສະຫຼະພາບແຫ່ງຊາດ, ກໍ່ຄືຄວາມຢູ່ດີກິນດີຂອປະຊາຊົນບັນດາເຜົ່າ,ພ້ອມກັນນັ້ນກໍ່ໄດ້ປັບປຸງກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງເພື່ອ ຮັບປະກັນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງການປະຕິວັດໃນໄລຍະໃໝ່.