ວັນທີ 8 ພະຈິກ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມລີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນໄດ້ຈັດກອງປະຊຸມຝຶກອົບຮົມ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງີນ ແລະ ການສະໜອງທືນໃຫ່ແກ່ການກໍ່ການຮ້າຍ ເຂົ້າໃນຂະບວນການສືບສວນ-ສອບສວນ ຄະດີການກະທຳຜິດຕົ້ນທີ່ຕິດພັນກັບການຟອກເງິນ ໃຫ້ເຈົ້າໜ້າທີ່ສຶບສວນ-ສອບສວນ, ໄອຍະການ ແລະ ສານ ໃນຂອບເຂດທົ່ວປະເທດ ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ວົງໄຊເສດຖາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ມີຕາງໜ້າຈາກອົງການຕຸລາການ ແລະ ອົງການສືບສວນ-ສອບສວນພາຍໃນແຂວງວຽງຈັນ ເຂົ້າຮ່ວມ 40 ທ່ານ.
ທ່ານ ນາງ ຂັນທະລີ ວົງໄຊລາດ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ກ່າວວ່າ: ເພື່ອປະຕິບັດຕາມມະຕິຂອງກອງປະຊຸມຄະນະກຳມະການແຫ່ງຊາດ ຄັ້ງວັນທີ 2 ສິງຫາ 2018 ກ່ຽວກັບການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍ ການຕ້ານສະກັດກັ້ນ ການຟອກເງິນ ແລະການສະໜອງທືນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ່ 50/ ສພຊ, ລົງວັນທີ 21 ກໍລະກົດ 2014 ຊຶ່ງຕໍ່ກັບການສຳມະນາ ເພື່ອແນໃສ່ໃນການ ສ້າງຄວາມຮູ້ຄວາມເຂົ້າໃຈ ແລະການສ້າງຄວາມອາດສາມາດໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການດໍາເນີນຄະຄີການກະທໍາຜິດຕົ້ນ ທີ່ຕິດພັນກັບການຟອກເງີນ, ການຈັດກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະຄວາມເຂົ້າໃຈ ພາບລວມຂອງວຽກງານສະກັດກັ້ນ ການຟອກເງິນ ແລະ ການສະໜອງທືນໃຫ້ແກ່ການກໍ່ການຮ້າຍ, ການນຳໃຊ້ບັນດານິຕິກໍາທີ່ກ່ຽວຂ້ອງ ເຂົ້າໃນວຽກງານການດໍາເນີນຄະດີອາຍາ ທ່ີຕິດພັນກັບການຟອກເງີນ ໃນກອງປະຊຸມແມ່ນຈະໄດ້ຮັບຟັງຫົວຂໍ້ທີ່ສຳຄັນຕ່າງໆເຊັ່ນ: ພາບລວມ ແລະສະຖານະພາບ ຂອງ ສປປລາວ ກ່ຽວກັບວຽກງານຕ້ານການຟອກເງິນ, ການສະໜອງທືນໃຫ້ແກ່ການກໍ່ການຮ້າຍ, ພາລະບົດບາດ ສໍານັກງານຕ້ານການຟອກເງິນ, ກົດໝາຍວ່າດ້ວຍຕ້ານການຟອກເງີນແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ, ການຈັດຕັ້ງປະຕິບັດຄໍາແນະນຳວ່າດ້ວຍການແຈ້ງເງີນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງີນໃນເວລາເຂົ້າອອກ ສປປລາວ ສະບັບເລກທີ 05/ຄຕຟງ ລົງວັນທີ 19 ພືດສະພາ 2018, ການສືບສວນ-ສອບສວນ ກໍລະນີການກະທໍາຜິດຕົ້ນ ໃນຂະແໜງເສດຖະກິດ ໄປຄ່ຽງຄູ່ກັບກໍລະນີການຟອກເງີນ, ກົນໄກການປະສານ ແລະເກັບກໍາຂໍ້ມູນຫຼັກຖານ ການກະທໍາຜິດຕົ້ນທີ່ຕິດພັນກັບການຟອກເງິນ, ການພິຈາລະນາສັ່ງຟ້ອງ ແລະພິຈາລະນາ ຄະດີສະຖານການກະທໍາຜິດຕົ້ນ ຄ່ຽງຄູກັບກໍລະນີການຟອກເງິນ.