ປ່າສະຫງວນແຫ່ງຊາດພູເຂົາຄວາຍ ເປັນ 1 ໃນ 2 ປ່າສະຫງວນແຫ່ງຊາດ ທີ່ຂຶ້ນກັບແຂວງວຽງຈັນ ມີເນື້ອທີ່ທັງໝົດ 200.000 ເຮັກຕາ ສະເພາະເນື້ອທີ່ ນອນຢູ່ໃນຂອບເຂດຮັບຜິດຊອບ ຂອງແຂວງ ຈໍານວນ 38.294 ເຮັກຕາ.
ທ່ານ ອຸ່ນເຮືອນ ແກ້ວພົມມາ ໄດ້ໃຫ້ສໍາພາດວ່າ ພາຍຫຼັງມີກົດໝາຍ, ລະບຽບການ ກ່ຽວກັບ ການຄຸ້ມຄອງປ່າໄມ້, ປ່າສະຫງວນ ແລະ ສັດນໍ້າ - ສັດປ່າ ພ້ອມທັງໄດ້ເຜີຍແຜ່ ໃຫ້ປະຊາຊົນຮັບຮູ້ ເຂົ້າໃຈ ຢ່າງທົ່ວເຖິງ ບວກກັບຄວາມເອົາໃສ່ໃສ່ ຂອງເຈົ້າໜ້າທີ່ ໃນການເຂົ້າມາຈັດສັນ ປ່າໄມ້, ແຫຼ່ງນໍ້າ ຢ່າງເປັນລະບົບ ແລະ ຈັດຕັ້ງການເຄື່ອນໄຫວ ລາດຕະເວນຂອງທະຫານ ກອງພັນນ້ອຍ 901 ສົມທົບກັນ ຢ່າງເປັນປົກກະຕິ ແລະ ດ້ວຍຄວາມຕື່ນຕົວ ຂອງປະຊາຊົນ ເຂົ້າມາມີສ່ວນຄຸ້ມຄອງ ແລະ ປົກປັກຮັກສາ ຕາມລະບຽບການ ພ້ອມທັງໄດ້ປູກຕົ້ນໄມ້ທົດແທນຄືນ ໃນແຕ່ລະປີ ເຮັດໃຫ້ປ່າໄມ້ ແລະ ແຫຼ່ງນໍ້າ ລວມທັງສັດນໍ້າ-ສັດປ່າ ຢູ່ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ຍັງມີຄວາມອຸດົມສົມບູນ ຕາມທິດຍືນຍົງ.
ທ່ານ ອຸ່ນເຮືອນ ແກ້ວພົມມາ ໃຫ້ຮູ້ອີກວ່າ: ຜ່ານມາ ເຖິງວ່າພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງບ້ານ ທີ່ອາໄສຢູ່ປ່າສະຫງວນ ໄດ້ມີມາດຕະການ ຄຸ້ມຄອງ ແລະ ບູລະນະຮັກສາປ່າ ແລ້ວກໍ່ຕາມ ແຕ່ອີງໃສ່ສະພາບການຂະຫຍາຍຕົວ ຂອງສັງຄົມ ໂດຍສະເພາະ ປະຊາຊົນທີ່ອາໄສຢູ່ໃນພື້ນທີ່ ປ່າສະຫງວນ ພາຍໃນບ້ານ ເຊິ່ງມາຮອດປັດຈຸບັນມີເຖິງ 3.326 ຄົນ, ທີ່ຍັງຢູ່ແບບກະແຈກກະຈາຍ ແລະ ພື້ນທີ່ນາ ມີຈຳກັດ ຈຶ່ງມີຄວາມຈຳເປັນ ຕ້ອງໄດ້ຈັດສັນທີ່ດິນ ເພື່ອທຳການຜະລິດໃຫ້ເຂົາເຈົ້າ ໂດຍປະສານສົມທົບ ກັບເຈົ້າໜ້າທີ່ກ່ຽວຂ້ອງ ປັດຈຸບັນ ຍັງມີກຸ່ມຄົນບໍ່ດີຈຳນວນໜຶ່ງ ມາເຄື່ອນໄຫວ ລ່າສັດນໍ້າ-ສັດປ່າ, ລັກລອບຕັດໄມ້ແປກ, ໄມ້ທີ່ມີລາຄາ, ຂຸດຄົ້ນເຄື່ອງປ່າຂອງດົງ ຢ່າງຜິດກົດໝາຍ ແລະ ຕັດໄມ້ປ່ອງ ເພື່ອມານຳໃຊ້ໃນຊີວິດປະຈຳວັນ ຢ່າງບໍ່ຖືກຕາມລະບຽບ ຈຶ່ງເຮັດໃຫ້ຊັບພະຍາກອນທຳມະຊາດ ນັບມື້ຖືກທຳລາຍ ຊຶ່ງພາກສ່ວນຮັບຜິດຊອບ ຈະໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ໃຫ້ໝົດໄປ ເພື່ອຄຸ້ມຄອງປົກປັກຮັກສາ ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ໃຫ້ມີຄວາມຍືນຍົງ.