ໃນວັນທີ 27 ກັນຍາ 2017 ຜ່ານມາ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດພິທີຈູດທຳລາຍຕູ້ເກມຢອດຫຼຽນ ແລະ ຕູ້ເກມໄຟຟ້າ ໂດຍການເປັນປະທານຂອງທ່ານ ພັທ ຄຳແຫ່ງ ສີຫາຈັກ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງວຽງຈັນ, ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ພັອ ບຸນຊູ ພົງສະຫວັດມີໄຊ ຄະນະປະຈຳພັກກອງບັນຊາການ, ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງວຽງຈັນ, ທ່ານ ຄຳຟອງ ບົວທອງ ຫົວໜ້າພະແນກຖະແຫຼ່ງຂ່າວ-ວັດທະນະທຳ ແຂວງວຽງຈັນ ມີຕາງໜ້າພະແນກການ, ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ ອ້ອມຂ້າງແຂວງວຽງຈັນ ແລະ ພະນັກງານພາຍໃນຫ້ອງສັນຕິບານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພັຕ ບຸນຄ້ຳ ສົມວົງໄຊ ຮອງຫົວໜ້າຫ້ອງສັນຕິບານ ກ່າວວ່າ: ການຈູດທໍາລາຍຕູ້ເກມໃນຄັ້ງນີ້ກໍ່ເພື່ອເປັນການສະກັດກັ້ນການເຄື່ອນໄຫວຂອງຄົນຕ່າງປະເທດທີ່ນຳເຂົ້າຕູ້ເກມ ແລະເປີດຮ້ານຫຼິ້ນເກມໂດຍບໍ່ໄດ້ຮັບອານຸຍາດຈາກພາກສ່ວນກ່ຽວຂ້ອງ ດັ່ງນັ້ນເຈົ້າໜ້າທີ່ພະແນກຕຳຫຼວດທ້ອງທ່ຽວ ຫ້ອງສັນຕິບານ ຈຶ່ງໄດ້ລົງສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງ, ຂອງແຂວງ ອອກກວດກາແກ້ໄຂຢູ່ບັນດາຮ້ານທີ່ດຳເນີນທຸລະກິດບໍ່ຖືກຕ້ອງໃນ 4 ຕົວເມືອງຄື: ເມືອງທຸລະຄົມ, ເມືອງໂພນໂຮງ, ເມືອງວັງວຽງ ແລະ ເມືອງກາສີ ຜ່ານການຈັດຕັ້ງປະຕິບັດຕົວຈິງຂອງເຈົ້າໜ້າທີ່ວິຊາສະເພາະ ສາມາດຍືດຕູ້ເກມໄດ້ທັງໝົດ 49 ໜ່ວຍ ໃນນັ້ນ ປະເພດຕູ້ໃຫ່ຍຈຳນວນ 14 ໜ່ວຍ ແລະ ປະເພດຕູ້ເກມນ້ວຍ ຈຳນວນ 35 ໜ່ວຍ ຢູ່ເມືອງທຸລະຄົມກວດພົບຕູ້ເກມຈຳນວນ 2 ຮ້ານມີ 5 ໜ່ວຍ, ເມືອງໂພນໂຮງກວດພົບຕູ້ເກມຈຳນວນ 3 ຮ້ານ ມີ 32 ໜ່ວຍ, ເມືອງວັງວຽງ ກວດພົບຕູ້ເກມຈຳນວນ 2 ຮ້ານ ມີ 10 ໜ່ວຍ, ເມືອງກາສີກວດພົບຕູ້ເກມຈຳນວນ 1ຮ້ານ ມີ 2 ໜ່ວຍຜ່ານການລົງກວດກາຕົວຈິງຂອງເຈົ້າໜ້າທີ່ວິຊາສະເພາະເຫັນວ່າ ບັນດາຮ້ານຫຼິ້ນເກມແຕ່ລະຮ້ານ ແມ່ນມີເຈດຕະນານຳເຂົ້າວັດຖຸ ຕູ້ເກມ ແລະເປີດຫຼິ້ນເກມໂດຍບໍ່ຖືກຕ້ອງຕາມແຈ້ງການຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະທ້ອງທ່ຽວ ສະບັບເລກທີ 357/ຖວທ, ລົງວັນທີ 16 ມີຖຸນາ 2009 ເລື່ອງບໍ່ໃຫ້ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະທ້ອງທ່ຽວທົ່ວປະເທດ ອານຸຍາດເປີດສະໂມສອນຫຼິ້ນເກມ ແລະ ນຳເຂົ້າຕູ້ເກມຢອດຫຼຽນ, ເກມໄຟຟ້າ ເຊີ່ງເປົ້າຂອງແຕ່ລະຮ້ານບໍ່ແມ່ນການຫຼິ້ນເກມເພື່ອຝຶກສະໝອງ, ລອງປັນຍາ ແຕ່ເປັນການຫຼິ້ນເກມເພື່ອຫາເງີນທາງອ້ອມ ເຊີ່ງໄດ້ສ້າງຫາງສຽງອັນຟົດນັນ, ສ້າງຄວາມບໍ່ເປັນລະບຽບຮຽບຮ້ວຍໃຫ້ແກ່ສັງຄົມ, ທັງເປັນບ່ອນມົ້ວສຸມສີ່ງເສບຕິດ ແລະຍັງເປັນບ່ອນສ້າງເງີ່ອນໄຂໃຫ້ແກ່ການເຄື່ອນໄຫວທີ່ບໍ່ດີ, ທັງເປັນການປຸກຈິດສຳນຶກ, ເພື່ອເບື່ອເມົ່າຕໍ່ກຸ່ມໄວຄະນອງ, ນັກຮຽນ,ນັກສືກສາ ຕື່ມອິກ.
ສະນັ້ນມາໃນວັນທີ 27 ກັນຍາ 2017 ນີ້ ຄະນະພັກ ຄະນະບັນຊາ ຫ້ອງສັນຕິບານ ກອງບັນຊາການ ປ້ອງກັນຄວາມສະຫງົບ ໄດ້ຈັດພິທີຈູດທຳລາຍຕູ້ເກມຢອດຫຼຽນ ທີ່ເກັບກູ້ຈາກບັນດາຮ້ານຕ່າງໆໃນ 4 ຕົວເມືອງ ຂອງແຂວງວຽງຈັນ,ພິທີດັ່ງກ່າວໄດ້ຈັດຂື້ນຢູ່ທີ່ເດີນກອງບັນຊາການ ປ້ອງກັນຄວາມສະຫງົບແຂວງວຽງຈັນ.