ກອງປະຊຸມວຽກງານກວດກາທົ່ວແຂວງວຽງຈັນ ປະຈຳປີ 2016 ໄດ້ຈັດຂຶ້ນ ໃນວັນທີ 30-31 ມີນາ 2017 ນີ້, ຢູ່ທີ່ຫ້ອງປະຊຸມຣີສອດແຫຼວຄຳປະເສີດ ເປັນກຽດເຂົ້າຮ່ວມຂອງ ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ທ່ານ ສຸກຄຳເພັດ ເຮືອງບຸດສີ ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ,ຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູງກາງ, ມີບັນດາກຳມະການພັກແຂວງ,ເລຂາພັກເມືອງ, ເຈົ້າເມືອງ, ຫົວໜ້າພະແນກການ, ສະມາຊິກສະພາປະຊາຊົນແຂວງ, ພ້ອມດ້ວຍພະນັກງານກວດກາແຂວງ ແລະ ເມືອງ ເຂົ້າຮ່ວມ.
ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກ, ຫົວໜ້າພະແນກກວດກາລັດແຂວງວຽງຈັນ ໄດ້ກ່າວໃນກອງປະຊຸມຄັ້ງນີ້ວ່າ: ໃນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານຕິດຕາມ-ກວດກາ, ວຽກງານຂອງພັກ, ວຽກງານບໍລິຫານລັດ ແລະ ການສະກັດກັ້ນ ແລະ ສໍ້ລາດບັງຫຼວງປະຈຳປີ 2016 ຜ່ານ, ພ້ອມກັນນັ້ນຍັງຈະໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລືທິດທາງວຽກງານຕິດຕາມ-ກວດກາວຽກງານຂອງການຈັດຕັ້ງພັກ, ການຈັດຕັ້ງລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການຮັບ ແລະ ຄົ້ນຄ້ວາຄຳຮ້ອງ, ຄຳສະເໜີຂອງພະນັກງານ, ສະມາຊິກພັກ ແລະ ຂອງພົນລະເມືອງປີ 2017 ແລະ ຈະໄດ້ເຜີຍແຜ່ເອກະສານອີກຈຳນວນໜຶ່ງ. ພ້ອມນີ້ທ່ານຍັງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ເຊິ່ງມີບາງຕອນສຳຄັນທ່ານໄດ້ກ່າວວ່າ: ປະຈຸບັນທົ່ວແຂວງມີ 11 ອົງຄະນະພັກເມືອງ, ມີ 2 ຄະນະພັກ ປກຊ-ປກສ, ມີ 75 ຄະນະພັກຮາກຖານ, ມີໜ່ວຍພັກທັງໝົດ 1.144 ໜ່ວຍ, ໃນນີ້ໄດ້ຕີລາຄາແບ່ງປະເພດຄຸນະພາບ 952 ໜ່ວຍ, ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ, ມີ 649 ໜ່ວຍ, ໜ່ວຍພັກແຂງ272 ໜ່ວຍ, ໜ່ວຍພັກກາງ 31 ໜ່ວຍ, ບໍ່ໄດ້ຈັດປະເພດ 192 ໜ່ວຍ, ຈຳນວນສະມາຊິກພັກທັງໝົດ 17.255 ສະຫາຍ, ຍິງ4.809 ສະຫາຍ, ສະມາຊິກພັກສຳຮອງ 1.562 ສະຫາຍ, ຍິງ 678 ສະຫາຍ, ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນ 1.056 ສະຫາຍ, ໄດ້ຕີລາຄາຈັດແບ່ງປະເພດຄຸນະພາບ 13.859 ສະຫາຍ, ໃນນີ້ປະເພດສະມາຊິກພັກແຂງ 12.619 ສະຫາຍ, ກາງ 1.191 ສະຫາຍ, ອ່ອນ 22 ສະຫາຍ, ເສຍທາດ 27 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 3.396 ສະຫາຍ; ກວດກາລາຍຮັບ-ລາຍຈ່າຍຂອງແຂວງຕາມແຜນການປີ, ລາຍຮັບຕາມແຜນການປີ 197,274 ຕື້ກີບ, ແຜນດັດແກ້197,979 ຕື້ກີບ, ປະຕິບັດ 218,80 ຕື້ກີບ, ບັນລຸໄດ້ 110,52% ຂອງແຜນການ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 5,54%; ລາຍຈ່າຍຕາມແຜນການປີ 623,389 ຕື້ກີບ, ແຜນດັດແກ້ 606,829 ຕື້ກີບ,ປະຕິບັດ 592,813 ຕື້ກີບ, ເທົ່າກັບ 97,69% ຂອງແຜນການປີ; ໄດ້ສືບຕໍ່ແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງຕາມການຂຶ້ນບັນຊີ ຂອງຄະນະກຳມະການໃນເມື່ອກ່ອນດ້ວຍຮູບການແຈ້ງໃຫ້ຜູ້ທີ່ຂຶ້ນບັນຊີນຳເອົາລົດມາປະເມີນ ແລະ ເສຍພາສີໃຫ້ຖືກຕ້ອງ; ໄດ້ລົງກວດກາຄືນໂຄງການກໍ່ສ້າງ 3ເສັ້ນທາງຄື: ໂພນໝີ-ທ່າລາດ, ປາກກະຍຸງ-ນາຊ່າງເຫຼັກ ແລະ ນາໂພ-ປາກແຈ້ງ ເພື່ອຢັ້ງຢືນວຽກທີ່ບໍລິສັດຮັບເໝົາປະຕິບັດໄດ້; ພ້ອມນີ້ວຽກງານອື່ນໆກໍ່ມີການພັດທະນາດີຂຶ້ນເປັນກ້າວໆ.
ໃນກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານເອກະສານບົດສະຫຼຸບຜົນກວດກາ 31 ໂຄງການຕາມແຜນກວດສອບສົກປີ 2013-14 ແລະ 2014-15, ເຜີຍແຜ່ມະຕິຂອງສູນກາງພັກສະບັບເລກທີ 022/ຄບສພ, ລົງວັນທີ 22/01/2017 ວ່າດ້ວຍການແກ້ໄຂປະກົດການອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ເຜີຍແຜ່ບົດແນະນຳການຈັດຕັ້ງປະຕິບັດດຳລັດວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ສະບັບເລັກທີ 46/ອກລ, ລົງວັນທີ 20 ກຸມພາ 2017; ພ້ອມນີ້ບັນດາຜູ້ທີ່ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານກວດກາປີ 2016 ແລະ ທິດທາງແຜນການປີ 2017 ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ.