header

ແຂວງວຽງຈັນອະໄພຍະໂທດ ແລະ ຜ່ອນໂທດໃຫ້ແກ່ນັກໂທດ

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 41 ປີ ມາໃນວັນທີ 21 ທັນວາ 2016 ຜ່ານມານີ້ທີ່ຄ້າຍຄຸມຂັງດັດສ້າງ ປກສ ແຂວງວຽງຈັນ ໄດ້ຈັດພິທີອະໄພຍະໂທດປ່ອຍຕົວ ແລະ ຜ່ອນໂທດໃຫ້ແກ່ນັກໂທດຜູ້ທີ່ມີຄວາມກ້າວ ແລະຫ້າວຫັນ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ປະທານຄະນະກຳມະການອາໄພຍະໂທດແຂວງວຽງຈັນ, ທ່ານ ຂັນທະວິ ວິໄລສັກ ຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ; ທ່ານ ພັທ ບົວທອງ ບໍລິບານ ຫົວໜ້າຄ້າຍຄຸ້ມຂັງ-ດັດສ້າງ ປກສ ແຂວງວຽງຈັນ, ທ່ານ ອຸດົມ ພົມມະລິນ ປະທານສານປະຊາຊົນແຂວງວຽງຈັນ ມີຄະນະກຳມະການອະໄພຍະໂທດຂັ້ນແຂວງ, ແຂກຖືກເຊີນຈາກພະແນກການອ້ອມຂ້າງພ້ອມພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ການປະກາດອະໄພຍະໂທດ ແລະ ຜ່ອນໂທດໃຫ້ແກ່ນັກໂທດຄັ້ງນີ້ແມ່ນປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆວຽງຈັນສະບັບເລກທີ 1472/ຈຂ ຂຈ ລົງວັນທີ 19 ທັນວາ 2016 ວ່າດ້ວຍການອານຸມັດໃຫ້ຈັດຕັ້ງພິທີປະກາດອະໄພຍະໂທດ ແລະ ຫຼຸດຜ່ອນໂທດໃຫ້ແກ່ນັກໂທດຢູ່ຄ້າຍຄຸມຂັງດັດສ້າງ ປກສ ແຂວງວຽງຈັນ, ອິງຕາມລັດຖະດໍາລັດຂອງປະທານປະເທດສະບັບເລກທີ 302/ປປທ ລົງວັນທີ 29 ພະຈິກ 2016 ແລະ ອິງຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ ສະບັບເລກທີ 608/ອຍກ ລົງວັນທີ 15 ທັນວາ 2016 ວ່າດ້ວຍການອະໄພຍະໂທດ ແລະ ຫຼຸດຜ່ອນໂທດໃຫ້ແກ່ນັກໂທດ ຈຳນວນນັກໂທດທີ່ຖຶກຜ່ອນໂທດ ແລະ ປ່ອຍຕົວຄັ້ງນີ້ມີທັງໜົດ 67 ຄົນ ຍິງ 10 ຄົນ, ຕ່າງປະເທດ 1 ຄົນ,ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດ 49 ຄົນ ຍິງ 7 ຄົນ ໃນນີ້ນັກໂທດທີ່ໄດ້ຮັບການອະໄພຍະໂທດປ່ອຍຕົວຈໍານວນ 18 ຄົນ ຍິງ 1 ຄົນ ຕ່າງປະເທດ 1 ຄົນ ຈໍານວນນັກໂທດທີ່ໄດ້ຮັບການປ່ອຍຕົວ ແລະ ຫຼຸດຜ່ອນໂທດໃນຄັ້ງນີ້ ແມ່ນຜູ້ທີ່ມີຄວາມຫ້າວຫັນຝຶກຝົນຫຼໍ່ຫຼອມຕົນເອງ ປະຕິບັດກົດລະບຽບຂອງຄ້າຍຄູມຂັງດັດສ້າງໄດ້ດີ, ກ້າຍອມຮັບ ແລະຮູ້ສຶກກີນແໜງຕໍ່ກັບການກະທຳຜິດທີ່ຕົນເອງສ້າງຂຶ້ນ ສຳລັບຕອນທ້າຍແມ່ນໄດ້ຮັບຟັງການໂອ້ລົມຈາກ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ປະທານຄະນະກຳມະການອາໄພຍະໂທດ ເຊີ່ງໄດ້ຍົກໃຫ້ເຫັນຄວາມໜາຍຄວາມສຳຄັນໃນການຈັດຕັ້ງປະຕິບັດພິທີປະກາດການອະໄພຍະໂທດ ແລະ ຫຼຸດຜ່ອນໂທດໃຫ້ແກ່ນັກໂທດໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ເຫັນໄດ້ສະພາບຄວາມເປັນຈິງຂອງນັກໂທດຕ້ອງຫາທີ່ຖືກດັດສ້າງຢູ່ຄ້າຍຄຸມຂັງດັດສ້າງ ປກສ ແຂວງວຽງຈັນ ລ້ວນແຕ່ແມ່ນຜູ້ທີ່ມີການເຄື່ອນໄຫວກະທຳຜິດຕໍ່ລະບຽບກົດໝາຍກາຍເປັນນັກໂທດຕ້ອງຫາ ພ້ອມນັ້ນ ທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ນັກໂທດຕ້ອງຫາທີ່ມີຄວາມຮູ້ສຶກກິນແໜງແຄງໃຈ ຮັບປ່ຽນແປງຕໍ່ກັບການກະທຳຜິດ ມີຄວາມກ້າວໜ້າ, ຫ້າວຫັນໃນການຝຶກຝົນຫຼໍ່ຫຼອມຕົນເອງ ພ້ອມທັງຮຽກຮ້ອງໃຫ້ແກ່ນັກໂທດທີ່ຖືກປ່ອຍຕົວ ແລະ ຫຼຸດຜ່ອນໂທດຄັ້ງນີ້ ຈົ່ງຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງປະຕິບັດກົດລະບຽບຄ້າຍຄຸມຂັງໃຫ້ດີ, ຕໍ່ກັບຜູ້ທີ່ຖືກປ່ອຍຕົວກັບຄືນສູ່ຄອບຄົວແລ້ວຕ້ອງກັບເນື້ອກັບຕົວເປັນພົນລະເມືອງດີ, ບໍ່ໄປເຄື່ອນໄຫວກະທຳຜິດຄືທີ່ຜ່ານມາ, ຊອກວຽກເຮັດງານທຳສ້າງເສດຖະກິດຄອບຄົວໃຫ້ຖຶກຕ້ອງຕາມກົດໜາຍ ແລະ ເປັນພົນລະເມືອງດີຂອງຊາດ.