ໃນຕອນເຊົ້າຂອງວັນທີ 22 ທັນວາ 2022 ຜ່ານມານີ້ ຫ້ອງວ່າການແຂວງວຽງຈັນ ໄດ້ຈັດສຳມະນາກ່ຽວກັບການຫັນເປັນລັດຖະບານດິຈິຕອນ, ພ້ອມທັງຕິດຕັ້ງລະບົບ ແລະ ຝຶກອົບຮົມກ່ຽວກັບລະບົບເຊື່ອມຕໍ່ເຄືອຂ່າຍພາກລັດ (G-net) ໂດຍການເປັນປະທານຂອງທ່ານ ປອ ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີນັກສຳມະນາກອນ ຈາກຫ້ອງວ່າການແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ປອ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງ ທັງເປັນປະທານກອງປະຊຸມຄັ້ງນີ້ ໄດ້ກ່າວໃນໂອກາດກ່າວເປີດກອງປະຊຸມວ່າ: ການຫັນເປັນທັນສະໄໝ ແມ່ນວຽກງານໜື່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນເຊິ່ງສະແດງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ແລະ XI ຂອງພັກປະຊາຊົນປະຕິວັດລາວ, ຊື່ງການຫັນເປັນທັນສະໄໝ(ດິຈິຕອນ) ກໍ່ແມ່ນການນຳໃຊ້ເຕັກໂນໂລຊີ ICT ຫຼື ທີ່ປະຈຸບັນມັກເອີ້ນວ່າດິຕິຕອນ (Digital) ເຂົ້າເປັນກົນໄກສໍາຄັນ ໃນການຂັບເຄື່ອນການປະຕິຮູບ ຂະບວນການບໍລິຫານລັດ, ການຜະລິດ, ການດຳເນີນທຸກິດ, ການຄ້າ, ການບໍລິການ, ການສຶກສາ, ສາທາລະນະສຸກ, ລວມທັງກິດຈະກຳທາງເສດຖະກິດ ແລະ ສັງຄົມອື່ນເພື່ອຫັນວຽກງານ ການບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ, ຮັບໃຊ້ສັງຄົມ ກໍ່ຄືປະຊາຊົນ ໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິພາບ.