ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ຜ່ານມານີ້ ຫ້ອງວ່າການແຂວງວຽງຈັນໄດ້ຈັດກອງປະຊຸມຮັບຟັງປາຖະກະຖາ 2 ວັນປະຫວັດສາດຂອງພັກ ຂອງຊາດຄື: ວັນຜ່ານວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 60 ປີ (18/05/1959-18/05/2019) ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວສ້າງຊາດ ຄົບຮອບ 59 ປີ (24/05/1960-24/05/2019) ໂດຍການເປັນປະທານຂອງທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ໂດຍມີຜູ້ເຂົ້າຮ່ວມຈາກພະແນກການອ້ອມຂ້າງແຂວງ.