header

ຊາວໜຸ່ມຫ້ອງວ່າການ ແຂວງວຽງຈັນ ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ກັບຊາວໜຸ່ມບ້ານ ນາອ່າງ ແລະ ບ້ານ ຫ້ວຍເດື່ອ

ໃນວັນທີ 7 ກຸມພາ 2019 ນີ້,  ຄະນະຊາວໜຸ່ມຫ້ອງວ່າການແຂວງວຽງຈັນ, ນຳໂດຍທ່ານ ເອື້ອນໍແສງ ອິນວົງນະລາດ ແລະ ທ່ານ ວໍຣະສອນ ສີອັກຄະສອນ ຮອງຫົວໜ້າຫ້ອງວ່າການ ແຂວງວຽງຈັນ,  ພ້ອມດ້ວຍຄະນະຊາວໜຸ່ມ ໄດ້ລົງເຄື່ອນໄຫວສ້າງຂະບວນການແຂ່ງຂັນກີລາມິດຕະພາບກັບ ຊາວໜຸ່ມໜຸ່ມບ້ານນາອ່າງ ແລະ ບ້ານຫ້ວຍເດື່ອ ເມືອງເຟືອງແຂວງວຽງຈັນ , ໂດຍໃຫ້ການຕ້ອນຮັບຂອງທ່ານ ຂັນໄຊ ຫຼວງຜ່ານ ຄະນະຊີ້ນຳຈຸດສຸມ ພັດທະນາຜ່າສັງ, ພ້ອມດ້ວຍຄະນະຊາວໜຸ່ມທັງ 2 ບ້ານ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຈຸດປະສົງຂອງການຈັດກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ກໍເພື່ອ ເປັນການສ້າງຂະບວນການໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ມີເນື້ອໃນຄວາມໝາຍຢ່າງເລີກເຊິ່ງ ທັງເປັນການເຕົ້າໂຮມຄວາມສາມັກຄີຮັກແພງລະຫວ່າງຊາວໜຸ່ມຫ້ອງວ່າການແຂວງວຽງຈັນ ກັບຊາວໜຸ່ມບ້ານນາອ່າງ ແລະ ບ້ານຫ້ວຍເດື່ອ ລະຫວ່າງບຸກຄົນຕໍ່ບຸກຄົນທີ່ມີຢູ່ແລ້ວໃຫ້ເພີ່ມທະວີຄູນຂຶ້ນກວ່າເກົ່າ, ທັງເປັນການເສີມສ້າງສຸຂະພາບພະລານາໄມຂອງຄະນະຊາວໜຸ່ມທັງ 2 ພາກສ່ວນໃຫ້ມີສຸຂະພາບແຂງແຮງກຽມພ້ອມຮັບໃຊ້ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ປະສົບຜົນສຳເລັດ. ເຊິ່ງກິລາທີ່ນຳມາແຂ່ງຂັນມິດຕະພາບໃນຄັ້ງນີ້ມີກິລາບານສົ່ງຊາຍ, ກິລາເປຕັງຍິງ-ຊາຍ, ການແຂ່ງຂັນແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ ເຕັມໄປດ້ວຍສຽງຊົມສຽງເຊີຍຕະຫຼອດການແຂ່ງຂັນ.

 

ໂອກາດດັ່ງກ່າວຄະນະຊາວໜຸ່ມຫ້ອງວ່າການແຂວງວຽງຈັນ ຍັງໄດ້ນໍາເອົາເຄື່ອງກີລາ ຈຳນວນ 30 ຊຸດ, ບານເຕະ 2 ໜ່ວຍ, ບານຕີ 2 ໜ່ວຍ, ຕານ່າງ 2 ດາງ, ກະຕໍ້ຫວາຍ 4 ໜ່ວຍ, ຕານ່າງ 2 ດາງ , ພັດລົມແຂນຝ່າ 5 ໜ່ວຍ, ເຄື່ອງຊ່ວຍເຫຼືອກາແດງ 24 ຖົງ ເຊິ່ງມີມູນຄ່າ 4 ລ້ານກີບ, ກ່າວມອບໂດຍແມ່ນ ທ່ານ ເອື້ອນໍແສງ ອິນວົງນະລາດ ແລະ ທ່ານ ວໍຣະສອນ ສີອັກຄະສອນ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ແລະ ກ່າວຮັບໂດຍແມ່ນທ່ານຂັນໄຊ ຫຼວງຜ່ານ ຄະນະຊີ້ນຳຈຸດສຸມພັດທະນາ ຜ່າສັງ ເມືອງເຟືອງ ແຂວງວຽງຈັນ,  ພ້ອມທັງໄດ້ຕາງໜ້າໃຫ້ຄະນະຊາວໜຸ່ມທັງ 2 ບ້ານ ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄະນະຊາວໜຸ່ມຫ້ອງວ່າການ ທີ່ໄດ້ນຳພາຄະນະຊາວໜຸ່ມລົງມາເຄື່ອນໄຫວຈັດກິດຈະກຳ ແລະ ນຳເອົາເຄື່ອງກິລາມາມອບໃຫ້ຊາວໜຸ່ມ 2 ບ້ານດັ່ງກ່າວ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະເອົາເຄື່ອງກີລາດັ່ງນີ້ໄປໝູນໃຊ້ເຂົ້າໃນການສ້າງຂະບວນການຕ່າງໆຂອງບ້ານໃຫ້ມີບັນຍາກາດຟົດຟື້ນ ແລະ ເກີດປະໂຫຍດອັນສູງສຸດ.