header

ຫ້ອງວ່າການປົກແຂວງວຽງຈັນ ດຳເນີນຊີວິດການເມືອງ ປັບປຸງປົວແປງພັກ

ຫ້ອງວ່າການປົກແຂວງວຽງຈັນ ດຳເນີນຊີວິດການເມືອງ ປັບປຸງປົວແປງພັກ

ຫ້ອງວ່າການປົກຄອງແຂວງຈັນ ໄດ້ເປີດບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກ ໃນວັນທີ 26 ກໍລະກົດ ແລະ ຈະດຳເນີນເປັນເວລາ 5 ວັນ ຈຶ່ງສຳເລັດ.

ສະຫາຍ ຄຳພູທອນ ເທບສຸພົມ ກຳມະການພັກແຂວງ ຫົວຫນ້າຫ້ອງວ່າການປົກຄອງແຂວງວຽງຈັນ ກ່າວວ່າ:ບັ້ນດຳເນີນຊີວິດການເມືອງຄັ້ງນີ້ມີຄວາມໝາຍຄວາມສຳຄັນທີ່ສຸດ ເພາະມັນແມ່ນມູນເຊື້ອ ແລະ ທັງແມ່ນຫລັກການນຳພາຂອງພັກ ທີ່ຖືແນວທາງມະຫາຊົນເປັນກົກ ໂດຍມີການໝູນໃຊ້ ລັດທິມາກ-ເລນິນເປັນເຂັມຊີ້ທິດເຍືອງທາງ, ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອປັບປຸງ, ປົວແປງ ແລະ ເຊີດຊູຄວາມຮັບຜິບຊອບ ຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ ທັງແມ່ນຄວາມຈຳເປັນພາວະວິໄສຂອງພັກເຮົາໃນພາລະກິດປ່ຽນແປງໃໝ່,ແນ່ໃສຊອກໃຫ້ເຫັນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວສະມາຊິກພັກ ໃຫ້ໝົດໄປ ເພື່ອພ້ອມກັນເຮັດຫຼ້ອນໜ້າທີ່ການເມືອງ ທີ່ພັກມອບໝາຍໃຫ້ໂດຍສະເພາະ ແມ່ນເຮັດສຳເລັດການເປັນເສນາທິການໃຫ້ແກ່ການນຳຂອງ.

ການດຳເນີນຊີວິດການເມືອງຄັ້ງນີ້ ສະມາຊິພັກແຕ່ລະສະຫາຍ ໄດ້ພ້ອມກັນເຊື່ອມຊຶມເອກະສານ ເດັດດ່ຽວປັບປຸງປົວແປງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກເສນາທິການແໜ້ນ ແລະ ອື່ນໆ.
ຈາກນັ້ນບັນດາສະຫາຍ ສະມາຊິກພັກ ຈະໄດ້ຂຽນໃບສຳຫລວດ, ແບ່ງໜ່ວຍ,ຜ່ານ ແລະ ປະກອບຄຳເຫັນໃສ່ບົດສຳຫລວດບຸກຄົນ ທາບທາມຫາງສຽງຄວາມໄວ້ວາງໃຈ ຕໍ່ເລຂາຄະນະພັກຮາກຖານ, ຄະນະພັກຮາກຖານແຕ່ລະສະຫາຍ, ເລຂາ, ຮອງເລຂານ່ວຍພັກແຕ່ລະສະຫາຍ, ສະຫລຸບຕີລາຄາ ຜົນສຳເລັດການດຳເນີນຊີວິດການເມືອງ ປັບປຸງປົວແປງພາຍໃນພັກໃນເທື່ອນີ້ດ້ວຍ.

ເຂົ້າຮ່ວມເປັນປະທານໃນການດຳເນີນຊີວີການເມືອງໃນເທື່ອນີ້ໂດຍ ສະຫາຍ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ.

ຂ່າວໃຫ້ຮູ້ອີກວ່າ:ໄປພ້ອມໆກັນນີ້ຢູ່ບັນດາ13ອົງຄະນະໃນທົ່ວແຂວງ,ຄະນະພັກຮາກຖານ,ໜ່ວຍພັກພະ ແນກການຕ່າງໆກໍ່ພວມດຳເນີນຊີວິດການເມືອງຢ່າງເປັນຂະບວນ.