ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນໄດ້ໝູນວຽນຄົບຮອບ 68 ປີ, ຫ້ອງວ່າການປົກຄອງແຂວງວຽງຈັນນຳໂດຍ ທ່ານ ຄຳແປງ ພັນດາລາ ຫົວໜ້າກອງເລຂາພັດທະນາເທດສະບານແຂວງວຽງຈັນ ຕາງໜ້າໃຫ້ແກ່ຫ້ອງວ່າການປົກຄອງແຂວງ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ນຳເອົາກະຕ່າຂອງຂວັນ ແລະ ເຄື່ອງຫຼີ້ນກິລາຈຳນວນໜື່ງໄປອວຍພອນນາຍ ແລະ ພົນທະຫານວິທະຍາຄົມກົມມະດຳ.
ໃນໂອກາດດັ່ງກ່າວນີ້ ທ່ານ ຄຳແປງ ພັນດາລາ ໄດ້ນຳເອົາຄວາມສາມັກຄີຮັກແພງ ອັນອົບອຸ່ນຈາກເອື້ອຍນ້ອງແມ່ຍິງຫ້ອງວ່າການປົກຄອງແຂວງມາສູ່ນາຍ ແລະ ພົນທະຫານໃນວິທະຍາຄົມກົມມະດຳ, ທີ່ເຮັດໜ້າທີ່ສ້າງບຸກຄະລາກອນດ້ານປ້ອງກັນຊາດ ຈົ່ງມີຄວາມສຸກມີສຸຂະພາບແຂງແຮງສືບຕໍ່ເຮັດໜ້າທີ່ການເມືອງອັນມີກຽດທີ່ພັກ-ລັດມອບໝາຍໃຫ້ຢ່າງມີຜົນສຳເລັດ.
ພ້ອມນີ້ທ່ານ ພວ ບຸນຈັນ ລາດສະວົງ ຕາງໜ້ານາຍ ແລະ ພົນທະຫານວິທະຍາຄົມກົມມະດຳກໍ່ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈອັນເລິກເຊິ່ງມາຍັງຫ້ອງວ່າການປົກຄອງແຂວງທີ່ໄດ້ມີນ້ຳໃຈ ແລະ ເຂົ້າມາອວຍພອນໃນຄັ້ງນີ້ດ້ວຍເຖິງວ່າມູນຄ່າຈະບໍ່ຫຼາຍແຕ່ກໍ່ມີຄຸນຄ່າທາງຈິດໃຈຢ່າງຫຼວງຫຼາຍ.
ໃນໂອກາດທີ່ມີຄວາມໝາຍ ແລະ ຄວາມສຳຄັນນີ້ທັງຫ້ອງວ່າການປົກຄອງແຂວງວຽງຈັນ ແລະ ວິທະຍາຄົມກົມມະດຳ ຍັງໄດ້ມີການສ້າງກິດຈະກຳແຂ່ງຂັນກິລາຮ່ວມກັນເພື່ອຮັດແໜ້າຄວາມສາມັກຄີດ້ວຍກັນຄື: ກິລາບານສົ່ງປະສົມຍິງ-ຊາຍ ແລະ ກິລາເປຕັງເຊິ່ງບັນຍາກາດເປັນໄປດ້ວຍຄວາມມ່ວນຊື່ນ.