ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 13 ມີນາ 2023 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ສິດທິດຳພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ,ເຂົ້າຮ່ວມມີບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ບັນດາສະຫາຍ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກເຂົ້າຮ່ວມ.
ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ ໄດ້ກ່າວເປີດໃນກອງປະຊຸມໃນຄັ້ງນີ້ວ່າ:ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ມາດຕາ 24, ປະຕິບັດຕາມພາລະບົດບາດ, ສິດ-ໜ້າທີ່ ແລະ ໂຄງການດໍາເນີນງານ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ VI. ກອງປະຊຸມໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນ ຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ, ເວົ້າສະເພາະແມ່ນ ຖັນແຖວສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຊາວແຂວງວຽງຈັນ ພ້ອມກັນຈັດຕັ້ງປະຕິບັດມະຕິ VI ຂອງອົງຄະນະພັກແຂວງ ໂດຍສະເພາະ ສຸມໃສ່ການຜະລິດເຂົ້ານາແຊງ ແລະ ພືດ ລະດູແລ້ງ ກໍຄື ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ວັນສ້າງຕັ້ງກຳມະບານລາວ ຄົບຮອບ 57 ປີ, ວັນແມຍິງສາກົນ ຄົບຮອບ 113 ປີ ແລະ ອອກແຮງແຂ່ງຂັນ ເພື່ອຂໍານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຢ່າງເປັນຂະບວນຟົດຟື້ນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຢູ່ແຂວງວຽງຈັນໃນປັດຈຸບັນ.ໃນກອງປະຊຸມຍັງ ໄດ້ພ້ອມກັນຕີລາຄາຄືນການນໍາພາ-ຊີ້ນໍາ ແລະ ພ້ອມກັນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ VI, ແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, ພ້ອມນີ້ ກໍໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ມະຕິ 8 ສະໄໝທີ VI ຂອງຄະນະບໍລິຫານພັກແຂວງ.
ເຖິງວ່າພາຍໃນປະເທດ ກໍຄືແຂວງວຽງຈັນມີຫຼາຍດ້ານທີ່ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາການເໜັງຕີງຂອງລາຄາສິນຄ້າ ທີ່ໄດ້ຮັບຜົນສະທ້ອນຈາກສະພາບການດ້ານການເມືອງໃນສາກົນກໍຕາມ. ແຕ່ດ້ວຍເອົາໃຈໃສ່ຢ່າງຈົດຈໍ່ ທຸ່ນທ່ຽງ ຮອບຄອບ, ມີຫົວຄິດປະດິດສ້າງ, ໜູນໃຊ້ແທດເໝາະກັບຄວາມເປັນຈິງຂອງເຫດການທີ່ເກີດຂຶ້ນ ແຕ່ລະບ່ອນ, ມີຄວາມສາມັກຄີເປັນເອກະພາບສູງ ພາຍໃນຄະນະພັກ, ປຸກລະດົມທຸກຊັ້ນຄົນເຂົ້າຮ່ວມຢ່າງພ້ອມພຽງ, ອັນໄດ້ເຮັດໃຫ້ພາຍໃນຄະນະພັກ ສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນ ແຂວງວຽງຈັນ ຍັງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ,ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ໂດຍທົ່ວໄປ ກໍໄດ້ຮັບການປັບປຸງດີຂຶ້ນ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ VI ເທື່ອນີ້ຍັງໄດ້ພ້ອມກັນເຊື່ອມຊຶມເອກະສານຂອງສູນກາງຈຳນວນໜຶ່ງ, ທົບທວນຄືນເຖິງຜົນງານການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິ VI ຂອງອົງຄະນະພັກແຂວງ ຜ່ານມາ, ທົບທວນຄືນຜົນການຈັດຕັ້ງປະຕິບັດມະຕິ 8 ສະໄໝທີ VI, ກວດກາຕີລາຄາຄືນ ກ່ຽວກັບວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພ້ອມນີ້ ຍັງໄດ້ຫ້າງຫາກະກຽມສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ. ຈາກນັ້ນ ບັນດາສະຫາຍຜູ້ແທນກອງປະຊຸມຍັງໄດ້ຄົ້ນຄວ້າປະກອບຄໍາຄິດ ຄໍາເຫັນ ຕາມຫົວຂໍ້ທີ່ຄະນະຮັບຜິດຊອບໄດ້ສົ່ງໃຫ້, ບົນພື້ນຖານການນໍາພາ-ຊີ້ນໍາ ຂອງຄະນະພັກ ໃນແຕ່ລະຂົງເຂດວຽກງານ.