ພິທີເປີດງານເທດສະການ ສາມໝື່ນຕູບເຟືອງພາຍໃຕ້ຫົວຂໍ້ "ຄົ້ນຫາຕໍານານສືບສານມູນເຊື້ອສາມໝື່ນຕູບເຟືອງ ລືເລື່ອງຜາທໍ່ ໜໍ່ຄຳປິດສະຫນາແດນວິລະຊົນ" ປະຈຳປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 8 ທັນວາ 2022, ເປັນກຽດເຂົ້າຮ່ວມທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ທ່ານນາງ ບົວໄຂ ເພັງພະຈັນ ຄະນະພັກກະຊວງ ຫົວໜ້າກົມສິລະປະແລະວັດທະນະທຳ ກະຊວງ ຖວທ, ມີທ່ານ ຄຳເພັດ ຈັນສົມພູ ເລຂາພັກເມືອງ ເຈົ້າເມືອງເຟືອງ, ພະນັກງານການນຳຫຼັກແຫຼ່ງ, ພ້ອມດ້ວຍຄະນະຮັບຜິດຊອບງານຂັ້ນແຂວງ ເມືອງ,ບ້ານ ແລະ ບັນດາບໍລິສັດຫ້າງຮ້ານ ຜູ້ປະກອບການທຸລະກິດການທ່ອງທ່ຽວ ພໍ່ແມ່ປະຊາຊົນຊາວເມືອງເຟືອງເຂົ້າຮ່ວມ.
ທ່ານ ຄໍາເພັດ ຈັນສົມພູ ເລຂາພັກເມືອງ ເຈົ້າເມືອງເຟືອງໄດ້ຂຶ້ນກ່າວເປີດງານ ພ້ອມແຈ້ງວັດຖຸປະສົງຂອງງານໃນການຈັດງານເທດສະການ ສາມໝື່ນຕູບເຟືອງ ປະຈຳປີ2022ໃນຄັ້ງນີ້ ເພື່ອຄົ້ນຫາຕຳນານສືບສານມູນເຊື້ອສາມໝື່ນຕູບເຟືອງ ລືເລື່ອງຜາທໍ່ ໜໍ່ຄຳປິດສະຫນາແດນວິລະຊົນ ແລະ ສືບສານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນກໍ່ຄືຂອງຊາດທີ່ເຄີຍມີມາແຕ່ບູຮານນະການທັງເປັນການສົ່ງເສີມກິດຈະກຳບໍລິການວຽກງານທ່ອງທ່ຽວໃຫ້ມີບັນຍາກາດຄຶກຄື້ນຫຼາກຫຼາຍສີສັນເພື່ອດຶງດູດເອົານັກທ່ອງທ່ຽວມາທ່ຽວເມືອງເຟືອງໃຫ້ຫຼາຍຂຶ້ນ ເປັນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳທີ່ເປັນແບບແຜນດຳລົງຊີວິດທີເປັນເອກະລັກຕິດພັນກັບປະຫວັດສາດຄວາມເປັນມາຂອງສາມໝື່ນຕູບເຟືອງທີ່ເຄີຍຊ່າລືອີກເລື່ອງໜຶ່ງ ເພື່ອໃຫ້ປະຊາຊົນໄດ້ນຳຜົນຜະລິດກະສິກຳຂອງຕົນມາວາງສະແດງເພື່ອແລກປ່ຽນຊື້ຂາຍໃຫ້ກາຍເປັນສິນຄ້າເພື່ອສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນພ້ອມນີ້ຍັງເປັນການສ້າງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າເຂົ້າໃນພາລະກິດປົກປັກຮັກສາສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງກ້າວໜ້າ.
ທ່ານ ນາງ ສົມຄິດ ຈິດດາວົງ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງເຟືອງໄດ້ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ໄດ້ຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການພັດທະນາດ້ານບໍລິການ ທ່ອງທ່ຽວ ທາງທຳມະຊາດ ປະຫວັດສາດ ແລະ ວັດທະນະທຳ ໃຫ້ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວໂດຍສະເພາະແມ່ນແຄມນ້ຳລີກ ຫາດດອນກາງ ເຮືອນແພ ອ່າງນ້ຳຕົງ ຣີສອດນ້ຳສາມຊາຍ ຮ້ານອາຫານຜາຕຶ້ງ ວັດສິນໄຊຍະລາມ, ນອກນີ້ດ້ານປະຫວັດສາດກໍ່ໄດ້ສ້າງຫໍມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນທີ່ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ. ດ້ານວຽກງານການຄຸ້ມຄອງກໍ່ໄດ້ລະດົມຊຸກຍູ້ໃຫ້ບັນດາຜູ້ປະກອບການໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງຊຸກຍູ້ໃຫ້ມີກິດຈະກຳຫລາຍຢ່າງ, ນອກຈາກສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳແລ້ວ ຍັງໄດ້ສົມທົບກັບຜູ້ປະກອບການເປີດງານປະກວດການແຂ່ງຂັນເຮືອໄຟແລະກະທົງຕື່ມອີກ. ສຳລັບມື້ນີ້ກໍ່ໄດ້ຈັດງານເທດສະການ ສາມໝື່ນຕູບເຟືອງຂຶ້ນ ເພື່ອຄົ້ນຫາຕຳນານສືບສານມູນເຊື້ອສາມໝື່ນຕູບເຟືອງ ລືເລື່ອງຜາທໍ່ ໜໍ່ຄຳປິດສະຫນາແດນວິລະຊົນ ແລະ ເປັນການຫວນຄືນວິຖີການດຳລົງຊີວິດຂອງຊາວເມືອງເຟືອງໃນສະໄຫມກ່ອນ. ພາຍໃນງານດັ່ງກ່າວກໍ່ຫຼາກຫຼາຍກິດຈະກຳເປັນຕົ້ນການແຂ່ງຂັນກິລາພື້ນບ້ານ, ການປະກວດຕູບເຟືອງ ການວາງສະແດງສິນຄ້າປະເພດຕ່າງໆ ເຄື່ອງມືທຳມາຫາກິນ ເຄື່ອງໃຊ້ສອຍຕ່າງໆທີ່ສະແດງເຖິງວິຖີຊີວິດພໍ່ແມ່ປະຊາຊົນໃນເມື່ອກ່ອນ, ຟ້ອນລຳວົງຢ້ອນຍຸກ, ການຟ້ອນລາຍງ້າວ ແລະ ສະສິລະປະວັນນະຄະດີ, ພ້ອມນີ້ກໍໄດ້ແນະນຳ ພໍ່ແມ່ປະຊາຊົນ ຫລື ຜູ້ທີ່ເຂົ້າຮ່ວມງານນຸ່ງຖືແບບເປັນເອກະລັກທ້ອງຖິ່ນຂອງຕົນເອງ. ສຳລັບງານເທດສະການສາມຫມື່ນຕູບເຟືອງນີ້ເລີ່ມເປີດເປັນທາງການວັນທີ 8-11 ທັນວາ 2022, ແຕ່ການຕັ້ງຕູບແມ່ນຈະແກ່ຍາວໄປຮອດປີໃຫມ່ລາວນັກທ່ອງທ່ຽວສາມາດມາທ່ຽວໄດ້, ທ່ານໃຫ້ຮູ້ວ່າ: ສະເພາະປີ2022 ນີ້ມີນັກທ່ອງມາທ່ຽວເມືອງເຟືອງແລ້ວ 49.000ເທື່ອຄົນ, ສຳລັບແຜນການພັດທະນາການທ່ອງທ່ຽວຂອງເມືອງຄາດວ່າຈະຈັດງານນີ້ເປັນງານບຸນປະຈຳປີຂອງເມືອງເຟືອງ.