header

ແຂວງວຽງຈັນ ເລົ່າມູນເຊື້ອວັນຊາດ ຄົບຮອບ 47 ປີ

ແຂວງວຽງຈັນ ເລົ່າມູນເຊື້ອວັນຊາດ ຄົບຮອບ 47 ປີ ແລະ ຄ້າຍວັນເກີດ ທ່ານ ໄກສອນ ພົມວິຫານ ຄົບຮອບ 102 ປີ.

ພິທີເລົ່າມູນເຊື້ອວັນຊາດ ຄົບຮອບ 47 ປີ ແລະ ຄ້າຍວັນເກີດ ທ່ານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຢູ່ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 1 ທັນວາ 2022 ໂດຍເລີ່ມຕົ້ນຈາກການເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼ່ໍຂອງທ່ານປະທານໄກສອນພົມວິຫານທີ່ອານຸສອນສະຖານປະທານໄກສອນພົມວິຫານແຂວງວຽງຈັນນຳພາໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ,ເຈົ້າແຂວງວຽງຈັນ,ພ້ອມດ້ວຍຄະນະນຳຂອງແຂວງເຂົ້າຮ່ວມ ເພຶ່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ,ຄວາມພິລະອາດຫານຂອງທ່ານປະທານໄກສອນພົມວິຫານແລະຜູ້ນຳທ່ານອື່ນໆທີ່ໄດ້ເສຍສະຫຼະຊິວິດເລຶອດເນື້ອເຂົ້າໃນການປົດປ່ອຍປະເທດຊາດ, ຫຼັງຈາກນັ້ນ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໄດ້ໃຫ້ກຽດເລົ່າມູນເຊື້ອວັນຊາດ ຄົບຮອບ 47 ປີ ແລະ ຄ້າຍວັນເກີດ ທ່ານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ,ໂດຍມີບັນດາເລຂາໜ່ວຍພັກ,ເລຂາຊາວໜຸ່ມ,ພ້ອມດ້ວຍສະມາຊິກຊາວໜຸ່ມຈາກພະແນກການ,ອົງການ,ກົມກອງອ້ອມຂ້າງແຂວງເຂົ້າຮ່ວມຮັບຟັງ.

ກ່ອນອື່ນໄດ້ພ້ອມກັນຮັບຊົມຮູບເງົາສາລະຄະດີກ່ຽວກັບມູນເຊື້ອການຕໍ່ສູ້ກູ້ຊາດຂອງບັນດາການນຳຮຸ່ນກ່ອນ ແລະ ທ່ານເຈົ້າແຂວງໄດ້ເລົ່າປະຫວັດຄວາມເປັນມາຂອງຊົນຊາດລາວ, ມູນເຊື້ອບັນພະບູຫລຸດລາວ, ນັບແຕ່ເຈົ້າຟ້າງຸ່ມທີ່ໄດ້ທ້ອນໂຮມແຜ່ນດິນລາວແຕ່ປີ 1353 ເລົ່າເຖິງກະສັດລາວຫຼາຍອົງທີ່ໄດ້ເສຍສະຫຼະເລືອດເນື້ອຊິວິດອິນຊີ ຕໍ່ສູ້ຕ້ານຈັກກະພັດຜູ້ມາຮຸກຮານປະເທດລາວ ໃນສະໄໝກ່ອນ, ພ້ອມກັນນັ້ນຍັງໄດ້ເລົ່າປະຫວັດສາດຂອງໂລກກໍ່ຄື ສົງຄາມໂລກທີ່ເກີດຂຶ້ນ ໄດ້ສົ່ງຜົນກະທົບຕໍ່ປະເທດຊາດລາວຕະຫຼອດ ໄລຍະການຕໍ່ສູ້. ວັນຊາດທີ 2 ທັນວາແມ່ນວັນສຳຄັນຂອງຊາດເຮົາ ເປັນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ກ່ອນຈະມີວັນນີ້ ແມ່ນຜ່ານຂະບວນການຕໍ່ສູ້ອັນເດັດດ່ຽວ ພິລະອາດຫານຂອງນັກຮົບ ນັກປະຕິວັດທົ່ວປະເທດ ທີ່ໄດ້ຮ່ວມແຮງ ຮ່ວມໃຈກັນລຸກຮື້ຂຶ້ນ ລົບລ້າງລະບອບແອກປົກຄອງທີ່ມີການກົດຂີ່ຂົ່ມເຫັງ ທັງຈັກກະພັດແບບເກົ່າ ແລະ ໃຫມ່. ແຕ່ຍ້ອນການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ທີ່ມີຄວາມຄ່ອງແຄ່ວ ແບບບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ແຕ່ຈັບປາໄດ້ທຸກໂຕ ໃນທີ່ສຸດກໍ່ສາມາດປົດປ່ອຍປະເທດຊາດ ແລະ ໄດ້ຮັບໄຊຊະນະຢ່າງສະຫງ່າງາມ ດ້ວຍຄວາມສາມັກຄີຂອງປວງຊົນລາວທັງຊາດ ແລະ ພ້ອມກັນຕັ້ງໜ້າປະຕິບັດ 2 ໜ້າທີ່ຍຸດທະສາດຄື:ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນສີວິໄລ. ທັງນີ້ກໍ່ ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ - ນໍາພາຂອງພັກ - ລັດ, ເປັນການເພີ່ມທະວີສຶກສາອົບຮົມ ໃຫ້ພະນັກງານລັດຖະກອນ, ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງໃຫ້ກຳແໜ້ນເນື້ອໃນ, ມູນເຊື້ອສາມັກຄີປອງດອງຂອງປະຊົນບັນດາເຜົ່າ ແລະ ຊັ້ນຄົນ, ນໍ້າໃຈຕໍ່ສູ້ອັນອົງອາດ ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວ, ເພື່ອຄົ້ນຄວ້າຮ່ຳຮຽນເອົາມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ການດຳລົງຊີວິດ, ຄວາມເປັນແບບຢ່າງນຳໜ້າ ຂອງປະທານ ໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງປັບປຸງ ແລະ ເຄື່ອນໄຫວວຽກງານຕົວຈິງຢູ່ແຕ່ລະຂົງເຂດທີ່ຕົນເອງຮັບຜິດຊອບ ແລະ ເພື່ອສຶບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້, ແນວຄິດ ແລະ ການກະທຳ, ສົ່ງເສີມດ້ານດີ ແລະ ແກ້ໄຂບັນຫາຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມຮັບຜິດຊອບ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄືແຂວງວຽງຈັນໃຫ້ກ້າວຂຶ້ນສູ່ຄວາມພັດທະນາ.