ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-25 ພະຈິກ 2022 ເຊິ່ງໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງວຽງຈັນ, ເຊິ່ງມີຄະນະປະຈຳກຳມະການພັກແຂວງ ເລຂາຄະນະພັກຮາກຖານ ບັນດາພະແນກການຂັ້ນແຂວງ ແລະ ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນ 5 ປີຜ່ານມາທົ່ວແຂວງວຽງຈັນ ເຫັນໄດ້ວ່າມີຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ວຽກງານກໍ່ສ້າງຮາກຖານການເມືອງແນວຄິດ, ວຽກງານປັບປຸງ ແລະ ກໍ່ສ້າງພັກ ຢ່າງເຕັມສ່ວນເຊິ່ງມັນໄດ້ສະແດງອອກຫຼາຍດ້ານຄື: ວຽກງານດ້ານແນວລາວສ້າງຊາດ ສາມາດສ້າງຄອບຄົວສາມັກຄີປອງດອງໄດ້ 47,389 ຄອບຄົວ, ສ້າງບ້ານສາມັກຄີປອງດອງໄດ້ 191 ບ້ານ.
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວແຂວງມີບ້ານປ້ອມໜັ້ນ 17 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນ 2 ກຸ່ມ, ຄອບຄົວປ້ອງກັນຊາດເຂັ້ມແຂງ 5,323 ຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງ 18 ບ້ານ, ປກສກຸ່ມ 496 ສະຫາຍ, ກຳລັງ ປກສ ບ້ານ 4,322 ສະຫາຍ,ຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ 264 ບ້ານ,ຄອບຄົວປອດຢາເສບຕິດ 22,469 ຄອບຄົວ,ບ້ານປອດຢາເສບຕິດ 285 ບ້ານ,ຄອບຄົວແບບຢ່າງປະຕິບັດກົດໝາຍ 88,495 ຄອບຄົວ.
ດ້ານການເງິນ ແຜນງົບປະມານແຫ່ງລັດໄລຍະ 5 ປີ ລາຍຮັບປະຕິບັດໄດ້ 1.152,58 ຕື້ກີບຂອງແຜນການທີ່ສູນກາງອະນຸມັດ, ແຜນການລວມ 982,12 ຕື້ກີບ, ຢູ່ທ້ອງຖິ່ນແຜນລາຍຮັບທັງໝົດ 25,14 ຕື້ກີບ, ປະຕິບັດໄດ້ 27,18 ຕື້ກີບ, ລາຍຮັບສ່ວນທ້ອງຖິ່ນແຜນລາຍຮັບ 956,98 ຕື້ກີບ, ປະຕິບັດໄດ້ 1.125,38 ຕື້ກີບ.
ດ້ານກະສິກໍາ-ປ່າໄມ້ ການປູກເຂົ້ານາແຊງປະຕິບັດໄດ້ 10.066 ເຮັກຕ່າເທົ່າກັບ 100,78% ຂອງແຜນການ, ພືດລະດູແລ້ງ 20.000 ເຮັກຕ່າ,ປະຕິບັດໄດ້ 20.046 ເຮັກຕ່າເທົ່າກັບ 100,23%,ເຂົ້ານາປີ 44,536ເຮັກຕ່າ ເທົ່າກັບ 80,58%, ພືດລະດູຝົນເນື້ອທີ່ແຜນການ 23,835 ເຮັດຕ່າ,ປະຕິບັດໄດ້ 17,067 ເຮັກຕ່າເທົ່າກັບ71,56%. ການຜະລິດເປັນສິນຄ້າ ສົ່ງອອກເຂົ້າ 105.485 ໂຕ່ນມູນຄ່າ 232.067 ລ້ານກີບ, ພືດຕ່າງໆ 369.446 ໂຕ່ນ, ສົ່ງອອກ 91.000 ໂຕ່ນ, ເຂົ້າໂຮງງານປຸງແຕ່ງ 202.000 ໂຕ່ນ,ຈຳໜ່າຍພາຍໃນ 76.446 ໂຕ່ນ,ມູນຄ່າ 92.361.500 ລ້ານກີບ, ລວມມູນຄ່າເຂົ້າໂຮງງານ ແລະ ສົ່ງອອກ 104.225 ລ້ານກີບ. ວຽກງານອຸດສາຫະກຳ-ການຄ້າ ທົ່ວແຂວງມີຕະຫຼາດທັງໝົດ 52 ແຫ່ງ, ການຢັ້ງຢືນສິນຄ້າ ODOP ແຫ່ງຊາດ 10 ເມືອງ,ມີ19ຫົວໜ່ວຍ,62 ຜະລິດຕະພັນ,ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທີ່ໄດ້ຮັບກາໝາຍ ODOP ແຫ່ງຊາດມີ 19 ຜະລິດຕະພັນ, ມີ 61 ຜະລິດຕະພັນຍ່ອຍ, ມີ 19 ບ້ານ ກວມ 10 ເມືອງ, ເປັນອັນດັບ 3 ຂອງປະເທດ, ທົ່ວແຂວງມີໂຮງງານປຸງແຕ່ງ 3.627 ຫົວໜ,ວຽກງານໂຍທາທິການ ແລະ ຂົນສົ່ງໄດ້ມີເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງຫາເມືອງ ແລະ ຊົນນະບົດ 464 ເສັ້ນຄວາມຍາວ 2,464 ກິໂລເມັດ, ປູຢາງໄດ້ 3.311 ກິໂລແມັດ, ປູຢາງສອງຊັ້ນ 226 ກິໂລແມັດ,ເບຕົ່ງ 15 ກິໂລແມັດ, ສາມາດຕໍ່ລະຫວ່າງແຂວງຫາເມືອງ ແລະ ຊົນນະບົດບັນລຸ 80%, ວຽກງານພະລັງງານບໍ່ແຮ່ ມີໄຟຟ້າຊົມໃຊ້ ທົ່ວ 11 ເມືອງ ມີບ້ານໄດ້ໃຊ້ໄຟຟ້າ 422 ບ້ານກວມ 100% ມີ 91.398 ຄອບຄົງກວມ 99,01%. ຂົງເຂດວັດທະນະທຳສັງຄົມ ທົ່ວແຂວງມີໂຮງຮຽປະຖົມ 418 ແຫ່ງ,ຄູສອນ 2.277 ຄົນ,ມີນັກຮຽນທັງໝົດ 46.972 ຄົນ,ເອກະຊົນ 18 ແຫ່ງ,ອັດຕາເຂົ້າຮຽນ 100%,ອັດຕາເຂົ້າຮຽນສຸດທິ 100%,ມີໂຮງຮຽນທັງພາກລັດ ແລະ ເອກຊົນ 99 ແຫ່ງ,ມໍຕົ້ນ 51 ແຫ່ງ,ມໍສໍ 45 ແຫ່ງ,ມໍປາຍ 3 ແຫ່ງ,ມີຄຸສອນມັດທະຍົມທັງໝົດ 2.707 ຄົນ,ມີມັດທະຍົມສົງທັງໝົດ 2 ແຫ່ງ,ໂຮງຮຽນສາມັນຊົນເຜົ່າ 1 ແຫ່ງ. ວຽກງານສາທາລະນະສຸກ ທົ່ວແຂວງມີພະນັກງານສາທາລະນະສຸກ 1.096 ຄົນ,ມີອາສາບ້ານ 610 ຄົນ,ໂຮງໝໍແຂວງ 1 ແຫ່ງ,ໂຮງໝໍຊຸມຊົນ 10 ແຫ່ງ,ໂຮງໝໍນ້ອຍ 45 ແຫ່ງ.ມີບ້ານແບບຢ່າງທາງດ້ານສາທາລະນະສຸກ 403 ບ້ານ. ວຽກງານຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ປະຈຸບັນມີບ້ານວັດທະນະທຳ 391 ບ້ານ ເພີ່ມຂຶ້ນ 116 ບ້ານ ເທົ່າກັບ 142%, ຄອບຄົວວັດທະນະທຳ 66.983 ຄອບຄົວ ເພີ່ມຂຶ້ນ 21.294 ຄອບຄົວ ເທົ່າກັບ 246%,ແຜນການ 9.500 ເພີ່ມຂຶ້ນ 57.483 ຄອບຄົວ ເທົ່າກັບ 705%, ກຸ່ມບ້ານວັດທະນະທຳ 21 ກຸ່ມ ເພີ່ມຂຶ້ນ 14 ກຸ່ມບ້ານເທົ່າກັບ 300%, ວຽກງານສະຫວັດດີການ-ສັງຄົມ ໄດ້ຈັດຕັ້ງເຝິກອົບຮົມ ສີມືແຮງງານໄດ້ທັງໝົດ 17.201 ຄົນ,ຈັດຫາວຽກໃຫ້ຜູ້ວ່າງງານໄດ້ 9.527 ຄົນ ອອກບັດປະກັນສັງຄົມ ແລະ ບັດແຮງງານຕ່າງປະເທດໄດ້ 2.672 ຄົນ. ແກ້ໄຂລະເບີດບໍ່ທັນແຕກ ສາມາດເກັບກູ້ລະເບີດໄດ້ 60 ລູກ ທຳລາຍສຳເລັດ 45 ລູກ. ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ທົ່ວແຂວງມີ 422 ບ້ານ,ມີ 44 ກຸ່ມບ້ານ,ມີ 82.285 ຄອບຄົວ, ມີບ້ານພັດທະນາ 206 ບ້ານ, ມີຄອບຄົວພັດທະນາ 72.818 ຄອບຄົວ. ໄດ້ສຸມໃສ່ 4 ຈຸດສຸມພັດທະນາຂອງແຂວງ ຈຸດສຸມປຸ່ງຫຼັກ ແລະ ຈຸດສຸມຜາເຈົ້າ ເມືອງກາສີ ໄດ້ 8 ມາດຖານ, ຈຸດສຸມຜາສັງ ເມືອງເຟືອງ ບັນລຸໄດ້ 14 ມາດຖານ, ຈຸດສຸມເມືອງຄີ່ ເມືອງແມດ ບັນລຸໄດ້ 9 ມາດຖານ, ຈຸດສຸມຜາບ່ອງ ເມືອງຫີນເຫີບ ແມ່ນໄດ້ຍຸບເປັນບ້ານໃຫຍ່ ແລະ ມອບໃຫ້ເມືອງຊີ້ນຳນຳພາໂດຍກົງ, ຈຸດສຸມນາມອນ ບ້ານໂພນສະຫວ່າງ ເມືອງວັງວຽງ ບັນລຸ 13 ມາດຖານ, ຈຸດສຸມໂຄກເຂົ້າດໍ ເມືອງຊະນະຄາມ ບັນລຸ 10 ມາດຖານ. ໄດ້ຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນແບບຖາວອນ ໄດ້ຈັດຕັ້ງປະຕິບັດຢູ່ 7 ຈຸດມີ ທັງໝົດ 1.162 ຄອບຄົວ ມີພົນລະເມືອງທັງໝົດ 6.065 ຄອບຄົວ, ການສ້າງເມືອງພົ້ນທຸກ ແລະ ເຂັ້ມແຂງຮອບດ້ານ 11 ເມືອງເຫັນວ່າບັນລຸໄດ້ 9 ມາດຖານຂອງເມືອງພົ້ນທຸກ.
ວຽກງານ 3 ສ້າງກໍ່ໄດ້ມີຫຼາຍດ້ານທີ່ພົ້ນເດັ່ນໂດຍໄດ້ແບ່ງຂັ້ນຄຸມຄອງຢ່າງສົມເຫດສົມຜົນ ກໍານົດເອົາ 60 ບ້ານເປົ້າໝາຍເປັນບ້ານ 3 ສ້າງຢູ່ແຕ່ລະເມືອງພາຍໃນແຂວງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດມີ 7 ດ້ານສາມາດບັນລຸໄດ້ 5 ດ້ານ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານມີ 5 ດ້ານແຕ່ລະເມືອງບັນລຸໄດ້ດັ່ງນີ້: ເມືອງຊະນະຄາມໄດ້ 1 ດ້ານ, ເມືອງໝື່ນ 1ດ້ານ, ຫີນເຫີບ 1 ດ້ານ, ວັງວຽງ 3 ດ້ານ, ກາສີ 1 ດ້ານ, ໂພນໂຮງ 4 ດ້ານ, ວຽງຄຳ 2 ດ້ານ, ສຳຫຼັບການສ້າງບ້ານເປັນຫົວໜ່ວຍພັດທະນາ ບັນລຸໄດ້ 224 ບ້ານ.
ດ້ານວຽກງານຍ້ອງຍໍ, ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ສາມາດສັງລວມຍ້ອງຍໍຜົນງານ 5 ປີໃຫ້ບຸກຄົນ ແລະ ກົມກອງ ຈາກບັນດາອົງການ, ພະແນກການ ແລະ ເມືອງດັ່ງນີ້: ຍ້ອງຍໍປະເພດຕ່າງໆຈຳນວນ 50 ພາກສ່ວນ 13.512 ທ່ານ ໃນນີ້ບຸກຄົນ 13.107 ທ່ານ ແລະ ກົມກອງ 205 ກົມກອງ. ຫຼຽນໄຊແຮງງານຊັ້ນ l ຈຳນວນ 94 ທ່ານ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 325 ຫຼຽນ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 640 ຫຼຽນ, ຫຼຽນກາແຮງງານ 1.671 ຫຼຽນ, ຍ້ອງຍໍລັດຖະບານ 3.568 ທ່ານ, ຍ້ອງຍໍເຈົ້າແຂວງ 7.163 ທ່ານ.
ໃນຕອນທ້າຍກອງປະຊຸມຍັງໄດ້ປະດັບການຍ້ອງຍໍຂອງແຂວງ, ປະກາດການແຕ່ງຕັ້ງ ຄະນະຊີ້ນຳກ່ຽວກັບການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ, ປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາພ້ອມທັງໄດ້ຮັບເອົາຂໍ້ແຂ່ງເພືີ່ອພ້ອມກັນປະຕິບັດໃຫ້ສຳເລັດຜົນໃນ 5 ຕໍ່ໜ້າ.