header

ແຂວງວຽງຈັນ ຈັດກອງປະຊຸມ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ

ແຂວງວຽງຈັນ ຈັດກອງປະຊຸມ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວແຂວງ 2016-2020 ແລະ ທິດທາງຮອດປີ 2025</p>

<p style="text-align: justify; text-indent: 50px;">ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 24-25 ພະຈິກ 2022 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງ ແຂວງວຽງຈັນ, ເຂົ້າຮ່ວມມີຄະນະປະຈຳກຳມະການພັກແຂວງ ເລຂາຄະນະພັກຮາກຖານ ບັນດາພະແນກການຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ໃນບັ້ນດຳເນີນກອງປະຊຸມ ແມ່ນຈະໄດ້ຮັບຟັງການຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ,ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງຢູ່ ແຂວງວຽງຈັນ ໃນກອງປະຊຸມຍັງຈະໄດ້ປະກອບຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດຮອບດ້ານເພື່ອແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງທົ່ວແຂວງ ໃນໄລຍະ 2016-2020 ແລະ ທິດທາງຮອດປີ 2025 ຮັບຟັງການປະກອບຄຳເຫັນກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການກໍ່ສ້າງບ້ານ ປກສ,ການກໍ່ສ້າງບ້ານວັດທະນະທຳ,ບ້ານສາມັກຄີປອງດອງ,ບ້ານສາທາລະນະສຸກ.ຮັບຟັງການປະກອບຄຳເຫັນກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ການໂຮມບ້ານນ້ອຍເປັນບ້ານໃຫຍ່ ແລະ ສ້າງເປັນຕົວເມືອງນ້ອຍຢູ່ຊົນນະບົດເຂດຈຸດສຸມຜາສັງ ເມືອງເຟືອງ,ການສ້າງບ້ານພັດທະນາ ຢູ່ເມືອງໂພນໂຮງ,ການສ້າງບ້ານພັດທະນາ ຕິດພັນກັບການທ່ອງທ່ຽວຢູ່ ເມືອງວັງວຽງ,ການຊຸກຍູ້ສົ່ງເສີມ ແລະ ການສ້າງຄອບຄົວຕົວແບບ ການຜະລິດກະສິກຳເປັນສິນຄ້າຢູ່ ເມືອງທຸລະຄົມ,ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຍ້ອງຍໍ ແລະ ສ້າງບ້ານພັດທະນາການຊຸກຍູ້ສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າຢູ່ ເມືອງວຽງຄຳ,ການໂຮມບ້ານນ້ອຍເປັນບ້ານໃຫຍ່,ການແຍກບ້ານໃໝ່ ແລະ ສ້າງບ້ານໃໝ່ຢູ່ ເມືອງຫີນເຫີບ,ຂະບວນແຂ່ງຂັນຍ້ອງຍໍ ແລະ ສ້າງບ້ານພັດທະນາຢູ່ ເມືອງແກ້ວອຸດົມ,ການປະກອບຄຳເຫັນຂອງຄອບຄົວຕົວແບບໃນການປູກໝາກແຕງເມລ່ອນຢູ່ ເມືອງທຸລະຄົມ ພ້ອມດຽວກັນນີ້ຍັງຈະໄດ້ຮັບຟັງການສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງແຂວງ ໄລຍະ 2016-2020 ແລະ ທິດແຕ່ນີ້ຮອດປີ 2025.