ວັນທີ 22-24 ພະຈິກ 2022ນີ້, ແຂວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 8 ສະໄໝທີ VI ຂຶ້ນ, ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງ ໃຫ້ກຽດເປັນປະທານຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງວຽງຈັນ, ມີບັນດາຄະນະປະຈຳພັກ,ກຳມະການພັກແຂວງແລະເລຂາຄະນະພັກຮາກຖານ, ເລຂາຫນ່ວຍພັກພະແນກການ,ອົງການ,ກົມກອງ ເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ສະຫາຍ ດາວເຮືອງ ນັນທະວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຕິດພັນກັບ 2 ວາລະແຫ່ງຊາດຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນຄັ້ງທີ 8 ສະໄໝທີ VI ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2022 ແມ່ນຢູ່ໃນເງື່ອນໄຂສະພາບການຂອງພາຍໃນປະເທດ ຍັງສືບຕໍ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ,ການອ່ອນຄ່າຂອງເງິນກີບ, ເງິນເຟີ້ທີ່ມີທ່າອ່ຽງເພີ່ມຂຶ້ນ ແລະ ມີໄພພິບັດທາງທຳມະຊາດ. ສໍາລັບຢູ່ພາຍໃນແຂວງກໍຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍບັນຫາ ໂດຍສະເພາະແມ່ນລາຄາສິນຄ້າອຸປະໂພກ-ບໍລິ ໂພກເພີ່ມສູງຂຶ້ນ, ແຕ່ດ້ວຍຄວາມພະຍາຍາມຂອງອົງການປົກຄອງແຕ່ລະຂັ້ນ ຈຶ່ງເຮັດໃຫ້ວຽກງານແຕ່ລະດ້ານໄດ້ດຳເນີນໄປຕາມສະພາບເງື່ອນໄຂໃນແຕ່ລະໄລຍະ, ຊຶ່ງສາມາດຕີລາຄາໄດ້ຄື:ເປົ້າໝາຍພັດທະນາເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງການຂະຫຍາຍຕົວດ້ານເສດຖະກິດ: ຄາດຄະເນໝົດປີ GDP ຂອງແຂວງຈະໄດ້ 4,34%, ເທົ່າກັບ96,44% ຂອງແຜນການ (ແຜນ 4,5%), ຄິດເປັນມູນຄ່າໃນປີ 8.772 ຕື້ກີບ (ແຜນ 8.957 ຕື້ກີບ), GDP ຕໍ່ຫົວຄົນໄດ້ 1.216 ໂດລາ (ແຜນ 1.958 ໂດລາ), ຂະແໜງການທີ່ຊຸກຍູ້ໃຫ້ GDPຂະຫຍາຍຕົວເປັນຕົ້ນ:ຂະແໜງກະສິກຳ ແລະ ປ່າໄມ້ ຄາດວ່າຈະຂະຫຍາຍຕົວ 3,55% (ແຜນ 4%), ກວມເອົາ32,26% ຂອງ GDP, ໃນນີ້: ການຜະລິດເຂົ້າຄາດວ່າຈະໄດ້ 267.495 ໂຕນ, ເທົ່າກັບ82,63% ຂອງແຜນການ (ແຜນ 323.716 ໂຕນ), ສະມັດຕະພາບສະເລ່ຍ 3,9 ໂຕນ/ເຮັກຕາ, ການປູກພືດໄດ້ 680.879 ໂຕນ, ລື່ນແຜນການ 49,13% (ແຜນ 456.571 ໂຕນ)ແລະ ການຜະລິດຊີ້ນ, ໄຂ່ ແລະ ປາ ໄດ້ 33.423 ໂຕນ, ລື່ນແຜນການ 5,16% (ແຜນ31.782 ໂຕນ).
ຂະແໜງອຸດສາຫະກຳ ຄາດວ່າຈະຂະຫຍາຍຕົວ 5,85% (ແຜນ 6%), ກວມເອົາ 36,75%ຂອງ GDP, ໃນນີ້: ການຜະລິດອຸດສາຫະກຳປຸ່ງແຕ່ງໄດ້ 1.783,31 ຕື້ກີບ, ເທົ່າກັບ100,07% ຂອງແຜນການ (ແຜນ 1.782 ຕື້ກີບ), ຫັດຖະກຳໄດ້ 321,37 ຕື້ກີບ, ເທົ່າກັບ100,03% ຂອງແຜນການ (ແຜນ 321,26 ຕື້ກີບ), ໄຟຟ້າໄດ້ 1.237,09 ຕື້ກີບ, ລື່ນແຜນການ 33,53% (ແຜນ 926,45 ຕື້ກີບ) ແລະ ແຮ່ທາດໄດ້ 394,85 ຕື້ກີບ, ລື່ນແຜນການ18,10% (ແຜນ 334,34 ຕື້ ກີບ). ສຳລັບຂະແໜງກໍ່ສ້າງແມ່ນມີຄວາມຄືບໜ້າຊ້າ ຍ້ອນເງິນເຟີ້ ແລະ ເງິນກີບອ່ອນຄ່າ ສົ່ງຜົນໃຫ້ວັດສະດຸກໍ່ສ້າງມີລາຄາສູງຂຶ້ນ.ຂະແໜງບໍລິການ ຄາດວ່າຈະຂະຫຍາຍຕົວ 4,73% (ແຜນ 4,8%), ກວມເອົາ 28,64%ຂອງ GDP, ໃນນີ້: ການສົ່ງອອກໄດ້ 13,44 ລ້ານໂດລາ, ເທົ່າກັບ 67,87% ຂອງແຜນການ(ແຜນ 19,80 ໂດລາ), ການນຳເຂົ້າໄດ້ 1,07 ລ້ານໂດລາ, ເທົ່າກັບ 2,49% ຂອງແຜນການ(ແຜນ 42,96 ໂດລາ), ການຈໍລະຈອນສິນຄ້າໄດ້ 3.127,29 ຕື້ກີບ, ເທົ່າກັບ 91,54% ຂອງແຜນການ (ແຜນ 3.416,45 ຕື້ກີບ). ຄາດວ່າມີນັກທ່ອງທ່ຽວເຂົ້າມາທ່ຽວ 262.851 ເທື່ອຄົນ, ເທົ່າກັບ 59,93% ຂອງແຜນການ (ແຜນ 438.619 ເທື່ອ ຄົນ), ສ້າງລາຍຮັບແກ່ສັງຄົມໄດ້ 72.07 ຕື້ກີບ, ເທົ່າກັບ 74,07% ຂອງແຜນການ (97,30 ຕື້ກີບ). ການຂົນສົ່ງສິນຄ້າໄດ້ 736.000 ໂຕນ, ເທົ່າກັບ 35,05% ຂອງແຜນການ (ແຜນ 2,10 ລ້ານໂຕນ) ແລະຂົນສົ່ງໂດຍສານໄດ້ 1,82 ລ້ານເທື່ອຄົນ, ເທົ່າກັບ 25,65% ຂອງແຜນການ (ແຜນ 7,12ລ້ານເທື່ອຄົນ).ພາສີ-ອາກອນ ຄາດວ່າຈະຂະຫຍາຍຕົວ 0,97% (ແຜນ 1%), ກວມເອົາ 2,35% ຂອງGDP.
ດ້ານງົບປະມານ: ຄາດວ່າຈະສາມາດເກັບລາຍຮັບໄດ້ 227,86 ຕື້ກີບ, ເທົ່າກັບ 96,63% ຂອງແຜນການດັດແກ້ (ແຜນດັດແກ້ 235,81 ຕື້ກີບ) ແລະ ລາຍຈ່າຍທັງໝົດໄດ້ 587,49 ຕື້ກີບ, ເທົ່າກັບ 98,41% ຂອງແຜນການດັດແກ້ (ແຜນດັດແກ້ 596,99 ຕື້ກີບ).ການລົງທຶນທົ່ວສັງຄົມປະຕິບັດໄດ້ 2.706,61 ຕື້ກີບ, ລື່ນແຜນການ 48,54% (ແຜນ 1.822,16 ຕື້ກີບ),
ໃນນີ້ ການລົງທຶນຈາກງົບປະມານຂອງລັດ, ຄາດວ່າຈະກວດກາຜ່ານເບີກຈ່າຍໄດ້ທັງໝົດ 122,11ຕື້ກີບ ຕາມແຜນທີ່ສະພາຮັບຮອງ,ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ: ຄາດວ່າຈະອະນຸມັດໄດ້ 2.311,42 ຕື້ກີບ,ເທົ່າກັບ 135,65% ຂອງແຜນການ (ແຜນ 1.703,98 ຕື້ກີບ).