ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ພະຈິກ 2022 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆວຽງຈັນ, ເຂົ້າຮ່ວມມີບັນດາສະຫາຍໃນຄະນະປະຈຳ,ກຳມະການພັກແຂວງ, ເລຂາພັກເມືອງ,ເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ ເຂົ້າຮ່ວມ.
ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການເຊິ່ງສະຫາຍໄດ້ກ່າວວ່າ: ເຖິງວ່າພາຍໃນປະເທດ ກໍຄືແຂວງວຽງຈັນ ມີຫຼາຍດ້ານທີ່ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາການເໜັງຕີງຂອງລາຄາສິນຄ້າ, ນໍ້າມັນເຊື້ອໄຟ ທີ່ໄດ້ຮັບຜົນສະທ້ອນຈາກສະພາບການດ້ານການເມືອງໃນສາກົນ. ນອກຈາກນີ້, ກໍຍັງມີການແຜ່ລະບາດຂອງພະຍາດໂຄວິດ-19, ບັນຫາອື່ນໆ ອີກຈຳນວນໜຶ່ງ. ແຕ່ດ້ວຍຄວາມເອົາໃຈໃສ່ຢ່າງຈົດຈໍ່ ທຸນທ່ຽງ ຮອບຄອບ, ມີຫົວຄິດປະດິດສ້າງ, ໜູນໃຊ້ແທດ ເໝາະກັບຄວາມເປັນຈິງຂອງເຫດການທີ່ເກີດຂຶ້ນ ແຕ່ລະບ່ອນ, ມີຄວາມສາມັກຄີເປັນເອກະພາບສູງ ພາຍໃນຄະນະພັກ, ປຸກລະດົມທຸກຊັ້ນຄົນເຂົ້າຮ່ວມຢ່າງພ້ອມພຽງ, ອັນໄດ້ເຮັດໃຫ້ແຂວງວຽງຈັນ ສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນ ແຂວງວຽງຈັນ ຍັງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດ ເຖິງວ່າໄດ້ຮັບຜົນກະທົບຫຼາຍສົມຄວນ ແຕ່ໂດຍລວມແລ້ວ ໃນປີ 2022 ກໍຍັງມີການຂະ ຫຍາຍຕົວຢູ່ລະດັບ 4,34 % ໃນນີ້, ຂະແໜງກະສິກໍາຂະຫຍາຍຕົວ 3,55 %, ອຸດສາຫະກໍາ 5,85 %, ການບໍລິການ 4,73 %, ພາສີ-ອາກອນ 0,97 %, ຊີວິດການເປັນຢູ່ໂດຍທົ່ວໄປ ກໍໄດ້ຮັບການປັບປຸງດີຂຶ້ນ, ເຖິງຢ່າງໃດກໍຕາມ ໂດຍອີງໃສ່ເງື່ອນໄຂທ່າແຮງຂອງແຂວງ ແລະ ອີງໃສ່ຄວາມຫຍຸ້ງຍາກທີ່ກ່າວມານັ້ນ, ແຂວງວຽງຈັນກໍຍັງມີບາງດ້ານຕ້ອງເອົາໃຈໃສ່ ເພີ່ມທະວີປັບປຸງ, ປ່ຽນແປງແກ້ໄຂໃຫ້ດີຂຶ້ນກວ່າເກົ່າ, ເຮັດຢ່າງເລິກເຊິ່ງໜັກແໜ້ນກວ່າເກົ່າ ເພື່ອຮອງຮັບໜ້າທີ່ການເມືອງ ນັບມື້ນັບສູງ, ການເຊື່ອມໂຍງພາກພື້ນ, ສາກົນ ໃນໄລຍະໃໝ່.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງນີ້ ຈະໄດ້ພ້ອມກັນເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ XI ຂອງຄະນະບໍລິຫານງານສູນກາງພັກ, ທົບທວນຄືນເຖິງຜົນງານການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິ VI ຂອງອົງຄະນະພັກແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດມະຕິ 7 ສະໄໝທີ VI, ກວດກາຕີລາຄາຄືນ ກ່ຽວກັບວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພ້ອມນີ້ ຍັງຈະໄດ້ພ້ອມກັນຫ້າງຫາກະກຽມສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ ທີ່ຈະມາເຖິງໃນຂ້າງໜ້ານີ້. ຈາກນັ້ນ ບັນດາສະຫາຍຜູ້ແທນກອງປະຊຸມ ຈະໄດ້ຄົ້ນຄວ້າປະກອບຄໍາຄິດ ຄໍາເຫັນ ບົນພື້ນຖານການນໍາພາ-ຊີ້ນໍາ ຂອງຄະນະພັກ ໃນແຕ່ລະຂົງເຂດວຽກງານ, ກອງປະຊຸມເທື່ອນີ້ ຈະດໍາເນີນເປັນເວລາ 2 ວັນເຄິ່ງ.