ໃນຕອນເຊົ້າຂອງວັນທີ 16 ພະຈິກ 2022 ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດໄດ້ລົງຊີ້ນຳການພັດທະນາວຽກງານເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານສາມສ້າງໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະ.
ໃນໂອກາດນີ້ທ່ານເຈົ້າແຂວງໆວຽງຈັນໄດ້ລາຍງານສະພາບການພັດທະນາເສດຖະກິດສັງຄົມຂອງແຂວງວຽງຈັນໃນ 9 ເດືອນ ປີ 2022 ໃຫ້ປະທານສະພາແຫ່ງຊາດໄດ້ຮັບຊາບເປັນຕົ້ນແມ່ນເສດຖະກິດຂອງແຂວງວຽງຈັນມີການຂະຫຍາຍຕົວໃນລະດັບ 3,9%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 8,652ຕື້ກີບ, ໃນນີ້ກະສິກຳກວມເອົາ 33,25%, ອຸດສາຫະກຳກວມເອົາ 36,12%, ການບໍລິການກວມເອົາ 28,55%, ການເກັບພາສີອາກອນກວມເອົາ 2,08%, ສະເລ່ຍໃສ່ຫົວຄົນບັນບຸໄດ້ 1,205 ໂດລ່າ/ຄົນ. ການລົງທຶນທົ່ວສັງຄົມສາມາດອະນຸມັດໄດ້ 1,606 ຕື້ກີບ, ການຜະລິດເຂົ້ານາແຊງສາມາດຜະລິດໄດ້ 37,588 ໂຕນ, ພືດຕ່າງໆໄດ້ 311,741 ໂຕນ, ຊີ້ນ, ປາ,ໄຂ່ ໄດ້ 24,018 ໂຕນ, ດ້ານວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານສາມສ້າງໄດ້ເອົາໃຈໃສ່ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງເປັນແກນນຳໃຫ້ແກ່ການຊີ້ນຳ-ນຳພາ ແລະ ຄຸ້ມຄອງບໍລິຫານໂດຍການນຳເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຈຸດທີ່ກຳນົດເປັນຕົ້ນແມ່ນ ລ້ອງໝາກຄາຍ, ຜາເຫຼັກ, ຜາເຈົ້າ ເມືອງກາສີ, ເປັນຈຸດສຸມ, ຈັດສັນພູລຳເນົາ ກຳນົດເອົາບ້ານ ເມືອງຄິ່ ເມືອງແມດ, ຜາສັງເມືອງເຟືອງ ແລະ ຜາບ່ອງ ເມືອງຫີນເຫີບ ສ້າງໃຫ້ເປັນສີສັນຕົວເມືອງໃນຊົນນະບົດ.
ໃນໂອກາດນີ້ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ໄດ້ຊີ້ນຳໃຫ້ເພິ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະງົບໃຫ້ມີຄວາມເຂັ້ມແຂງໜັກແໜ້ນສືບຕໍ່ເຮັດໃຫ້ແຂວງວຽງຈັນມີຄວາມປອດໄພດີ, ຄຸ້ມຄອງນັກລົງທຶນ ແລະ ນັກທ່ອງທ່ຽວ ແລະ ນັກລົງທຶນຕ່າງປະເທດໃຫ້ດີຂື້ນຕື່ມອີກ, ສົ່ງເສີມການຜະລິດສິນຄ້າເປັນຕົ້ນແມ່ນເຂົ້າ, ພືດ ແລະ ສັດ, ສົ່ງເສີມການທ່ອງທ່ຽວເປັນຕົ້ນແມ່ນເມືອງວັງວຽງ ແລະ ເມືອງເຟືອງທັງຄຸ້ມຄອງໃຫ້ມີປະສິດທິຜົນດີ, ໂຄສະນາການທ່ອງທ່ຽວໃຫ້ມີຫຼາຍສີສັນຕິດພັນກັບການຈັດການເທດສະການຕ່າງໆ, ພັດທະນາການສຶກສາໃຫ້ດີຂື້ນ, ສົ່ງເສີມວຽກງານອາຊີວະເພື່ອສ້າງສີມືແຮງງານ, ຂະຫຍາຍຕານ່າງສາທາລະນະສຸກ ແລະ ເອົາໃຈໃສ່ຂອດການບໍລິການໃຫ້ມີຄຸນນະພາບ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງເພື່ອເຮັດໃຫ້ຮາກຖານມີຄວາມເຂັ້ມແຂງໜັກແໜ້ນ, ເພິ່ມທະວີຄວາມສາມັກຄິພາຍໃນຄະນະພັກ, ຂຸດຄົ້ນທຸກແຫຼ່ງລາຍຮັບ, ເອົາໃຈໃສ່ຈັດຕັ້ງວາລະແຫ່ງຊາດໃຫ້ໄດ້ຮັບຜົນດີ, ໃນໂອກາດນີ້ທ່ານປະທານສະພາແຫ່ງຊາດຍັງໄດ້ມອບເງິນຈຳນວນ 100 ລ້ານກີບໃຫ້ແຂວງວຽງຈັນອີກດ້ວຍ.