header

ຄະນະຜູ້ແທນຂັ້ນສູງຂັ້ນສູງ ແຂວງອຽນບ້າຍ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ

ໃນຕອນບ່າຍ ຂອງວັນທີ 24 ຕຸລາ 2022 ສະຫາຍ ເຈິ່ນ ຮຸຍ ຕ໋ວນ ຮອງເລຂາພັກແຂວງ, ປະທານອົງການປົກຄອງປະຊາຊົນແຂວງອ້ຽນບ້າຍ ພ້ອມດ້ວຍຄະນະ ຈາກ ສສ ຫວຽດນາມ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງວຽງຈັນ.

ໃນການຢ້ຽມຢາມໃນຄັ້ງນີ້ສະຫາຍ ເຈິ່ນ ຮຸຍ ຕ໋ວນ ຮອງເລຂາພັກແຂວງ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ພ້ອມທັງຮັບຟັງການລາຍງານ ໂດຍຫຍໍ້ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງວຽງຈັນ. ໃນໂອກາດດຽວກັນຍັງໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຫຼາຍດ້ານ ເພື່ອສ້າງສາພັດທະນາແຂວງຂອງຕົນ ແລະ ທົບທວນຫວນຄືນມູນເຊື້ອການພົວພັນຮ່ວມມືໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະການສ້າງສາພັດທະນາຮ່ວມມືກັນຂອງທັງສອງປະເທດກໍ່ຄື ສສ ຫວຽດນາມ ແລະ ສປປ ລາວ ເພື່ອເປັນການຫວນຄືນມູນເຊື້ອແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ຍືນຍົງຄົງຕົວຕະຫຼອດ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນໃຫ້ກາຍເປັນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ ໃຫ້ແກ່ການ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ປີ 2022 ກໍ່ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ຄົບຮອບ 45 ປີ ( 18 ກໍໍລະກົດ 1977-18 ກໍລະກົດ 2022 ) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 ).

ໃນໂອກາດດຽວກັນ ສະຫາຍ ເຈິ່ນ ຮຸຍ ຕ໋ວນ ຮອງເລຂາພັກແຂວງ, ປະທານອົງການປົກຄອງປະຊາຊົນ ແຂວງອ້ຽນບ້າຍ ໄດ້ສະແດງຄວາມຍິນດີຊົມເຊີຍ ແລະ ກ່າວຂອບໃຈ ໃນການຕ້ອນຮັບອັນແສນອົບອຸ່ນ ຈະສືບຕໍ່ພົບປະແລກປ່ຽນບົດຮຽນ ເພື່ອສ້າງສາຍພົວພັນມິດຕະພາບໃຫ້ແໜ້ນແກ່ນງົດງາມຕະຫຼອດໄປ ພ້ອມກັນນີ້ກໍ່ໄດ້ມອບຊຸດຄອມພິວເຕີຈຳນວນ 35 ຊຸດໃຫ້ແກ່ແຂວງວຽງຈັນ.